ປະຕິກິລິຍາຂອງຫວຽດນາມກ່ຽວກັບບັນຫານິວເຄຼຍຂອງອີຣານ
11/04/2015 08:54
(vovworld)- ວັນທີ 10/4, ເມື່ອຕອບຄຳຖາມຂອງນັກຂ່າວສະເຫນີໃຫ້ຮູ້ປະຕິກິລິຍາກ່ຽວກັບກຸ່ມ P5+1

ທ່ານເລຫາຍບີງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ພາບ:tinmoi.vn (vovworld)- ວັນທີ 10/4, ເມື່ອຕອບຄຳຖາມຂອງນັກຂ່າວສະເຫນີໃຫ້ຮູ້ປະຕິກິລິຍາກ່ຽວກັບກຸ່ມ P5+1(ຊື່ງລວມມີ: ອາເມລິກາ, ລັດເຊຍ, ອັງກິດ, ຝລັ່ງ, ຈີນ ແລະ ເຢຍລະມັນ) ແລະ ອີຣານ ບັນລຸຂໍ້ຕົກລົງແມ່ກ່ຽວກັບບັນຫານິວເຄຼຍຂອງອີຣານ, ທ່ານເລຫາຍບີງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊົມເຊີຍຂໍ້ຕົກລົງແມ່ເມື່ອວັນທີ 2/4/2015 ລະຫວ່າງ P5+1 ແລະ ອີຣານ, ຖືວ່າ ນີ້ແມ່ນຄວາມມານະພະຍາຍາມມຸ່ງໄປເຖິງການແກ້ໄຂບັນຫານິວເຄຼຍ ຂອງອີຣານ ຜ່ານການເຈລະຈາ. ທ່ານ ເລຫາຍບີງ ຊີ້ແຈ້ງວ່າ ຫວຽດນາມປາດຖະຫນາຢາກບັນດາຝ່າຍກ່ຽວຂ້ອງສືບຕໍ່ເຈລະຈາ ເພື່ອບັນລຸຂໍ້ຕົກລົງຮອບດ້ານໂດຍໄວໃຫ້ແກ່ບັນຫານິວເຄຼຍ ຂອງອີຣານ ເພື່ອສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ.
TAG
vovworld/ໂຄສົກກະຊວງການຕ່າງປະເທດ
Related
More






