VOV WorldVOV World
ປະກາດບັນດາເຫດການພົບປະແລກປ່ຽນ ອີຕາລີ - ຫວຽດນາມ ໃນປີ 2012
22/03/2012 08:19
ສະຖານທູດ ອີ​ຕາ​ລີ ປະຈຳ​ຮ່າ​ໂນ້ຍ ​ໄດ້ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ແນະນຳ​ບັນດາ​ເຫດການ​ວັດທະນະ​ທຳ ອີ​ຕາ​ລີ​ ຈະ​ດຳ​ເນີນ​ຢູ່​ຫວຽດນາມ ​ໃນ​ປີ 2012
ປະກາດບັນດາເຫດການພົບປະແລກປ່ຽນ ອີຕາລີ - ຫວຽດນາມ ໃນປີ 2012
(vovworld) - ວັນ​ທີ 21/3, ສະຖານທູດ ອີ​ຕາ​ລີ ປະຈຳ​ຮ່າ​ໂນ້ຍ ​ໄດ້ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ແນະນຳ​ບັນດາ​ເຫດການ​ວັດທະນະ​ທຳ ອີ​ຕາ​ລີ​ ຈະ​ດຳ​ເນີນ​ຢູ່​ຫວຽດນາມ ​ໃນ​ປີ 2012. ດ້ວຍ​ຫົວ​ຂໍ້​ວ່າ “ອີ​ຕາ​ລີ - ຫວຽດນາມ, ວັດທະນະທຳ ​ແລະ ວິ​ສາ​ຫະກິດ”, ລາຍການ​ນີ້​ລວມມີ​ບັນດາ​ເຫດການທີ່​ຈະ​ຖືກ​ຈັດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ປີ ​ເພື່ອ​​ແນະນຳ​ຈຸດ​ທີ່ຄ້າຍຄື​ກັນ ​ແລະ ຄວາມ​​ແຕກ​ຕ່າງ​ກັນ​ລະຫວ່າ​ງວັດທະນະທຳ 2 ປະ​ເທດ. ​ເປີດສາກບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ອີ​ຕາ​ລີ - ຫວຽດນາມ​ປີ 2012 ​ແມ່ນ​ການ​​ເສັງ “Il Sono Bellissima”, ດ້ວຍ​ຫົວ​ຂໍ້​ມຸ້ງ​ເຖິງ​ແມ່ຍິງ, ​ເຊີດ​ຊູ​ບົດບາດ​ຂອງ​ແມ່​ເຖົ້າ, ຜູ້​ເປັນ​​ເມຍ, ​ເປັນ​ແມ່ ​ໃນ​ສັງຄົມ ອີ​ຕາ​ລີ ​ແລະ ຫວຽດນາມ. ​ເອື້ອຍ Alessandra Chicorista, ສະມາຊິກຄະນະ​ກຳມະການ, ​ອາຈານ​ພາສາ ອີ​ຕາ​ລີ ພະ​ແນ​ກພາສາ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ແບ່ງ​ປັນ​ວ່າ:
TAG
ການພົບປະແລກປ່ຽນ ອີຕາລີ

More