ປະສານສົມທົບໂພສະນາການກັບຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ເດັກ
05/10/2015 11:29
(vovworld)- ຕອນເຊົ້າວັນທີ 5/10, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການເລີ່ມດຳເນີນ...

(ພາບປະກອບ) (vovworld)- ຕອນເຊົ້າວັນທີ 5/10, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການເລີ່ມດຳເນີນ ແລະ ສ້າງແຜນການຜັນຂະຫຍາຍໂຄງການ “ປະສານສົມທົບໂພສະນາການກັບຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ເດັກ ແລະ ກຸ່ມມີຄວາມສ່ຽງໄພສູງຢູ່ຫວຽດນາມ” ໂດຍມີການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງພ້ອມກັບຜູ້ຕາງໜ້າອົງການ ສ.ປ.ຊ ປະຈຳຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນແທ່ງລອງ ລັດຖະມົນຕີຊ່ວຍວ່າການ ກະຊວງສາທາລະນະສຸກຫວຽດນາມ ຢືນຢັນວ່າ ໂຄງການແມ່ນເພື່ອແນໃສ່ໜູນຊ່ວຍກໍ່ສ້າງ, ປະຕິບັດບັນດານະໂຍບາຍຊີ້ນຳ ແລະ ແຊກແຊງການປະສານສົມທົບໂພສະນາການກັບຄວາມໝັ້ນຄົງດ້ານສະບຽງອາຫານ; ປະກອບສ່ວນຫຼຸດຜ່ອນອັດຕາເດັກຂາດທາດບຳລຸງໃນເກນອາຍຸຕ່ຳກ່ວາ 5 ປີ ຂອງຍຸດທະສາດແຫ່ງຊາດກ່ຽວກັບໂພສະນາການໄລຍະ 2011-2020.
TAG
vovworld/ໂພສະນາການ
Related
More






