ປະທານາທິບໍດີ ອາເມລິກາ Barak Obama ປະກາດ ຂໍ້ສະເຫນີຄວບຄຸມປືນ
17/01/2013 09:53
ວັນທີ 16/1, ປະທານາທິບໍດີ ອາເມລິກາ Barack Obama ໄດ້ເຊັນດຳລັດ 23 ສະບັບ ເພື່ອຈຳກັດສະພາບໃຊ້ຄວາມຮຸນແຮງທີ່ກ່ຽວຂ້ອງເຖິງປືນ

ປະທານາທິບໍດີ ອາເມລິກາ Barack Obama ພາບ:internet (vovworld) - ວັນທີ 16/1, ປະທານາທິບໍດີ ອາເມລິກາ Barack Obama ໄດ້ເຊັນດຳລັດ 23 ສະບັບ ເພື່ອຈຳກັດສະພາບໃຊ້ຄວາມຮຸນແຮງທີ່ກ່ຽວຂ້ອງເຖິງປືນ ແລະ ຮຽກຮ້ອງໃຫ້ສະພາແຫ່ງຊາດປະເທດນີ້ ຮັບຮອງເອົາຄຳສັ່ງຫ້າມອາວຸດບຸກໂຈມຕີໂດຍໄວ. ໃນບັນດາມາດຕະການຊຶ່ງທ່ານ Obama ຮຽກຮ້ອງສະພາແຫ່ງຊາດຮັບຮອງເອົາ ມີການກວດກາຊີວະປະຫວັດສຳລັບທຸກເປົ້າໝາຍນຳໃຊ້ປືນ ແລະ ອັດປະຕູຮ້ານຂາຍຍ່ອຍປືນ ແລະ ວາງສະແດງປືນ, ຜູ້ກຳມະສິດປືນພຽງແຕ່ໄດ້ນຳໃຊ້ລູກປືນຕຳ່ກວ່າ 10 ລູກ.ຖ້າໄດ້ຮັບການນຳໃຊ້ຢ່າງສົມບູນ, ບັນດາດຳລັດດັ່ງກ່າວຂອງທ່ານປະທານາທິບໍດີ ອາເມລິກາ Barack Obama ຈະເປັນຂີດໝາຍແຫ່ງການປະຕິຮູບຄວບຄຸມປືນຄັ້ງໃຫຍ່ກວ່າໝູ່ໃນຫລາຍທົດສະຫວັດຜ່ານມາຢູ່ ອາເມລິກາ. ຫາງສຽງ ອາເມລິກາ ມີຄຳເຫັນແຕກຕ່າງກັນກ່ຽວກັບດຳລັດດ້ານບໍລິຫານດັ່ງກ່າວ.
TAG
ລູກປືນ
Related
More





