ປະທານາທິບໍດີ Hugo Chavez ໂຈະສາບານ ຕົວຮັບຕຳແຫນ່ງ
10/01/2013 08:45
ວັນທີ 9/1, ສານລັດຖະທຳມະນູນ ຂຶ້ນກັບສານຍຸຕິທຳສູງສູດ Venezuela ໄດ້ອອກຄຳຕັດສິນໂດຍຢືນຢັນວ່າ ເລື່ອງປະທານາທິບໍດີ Hugo Chavez ໂຈະສາບານຕົວຮັບຕຳແຫນ່ງ ຍ້ອນອາການສຸຂະພາບຍັງອ່ອນເພຍ

ປະທານາທິບໍດີ Hugo Chavez ພາບ: ອິນເຕີແນັດ (vovworld) - ວັນທີ 9/1, ສານລັດຖະທຳມະນູນ ຂຶ້ນກັບສານຍຸຕິທຳສູງສູດ Venezuela ໄດ້ອອກຄຳຕັດສິນໂດຍຢືນຢັນວ່າ ເລື່ອງປະທານາທິບໍດີ Hugo Chavez ໂຈະສາບານຕົວຮັບຕຳແຫນ່ງ ຍ້ອນອາການສຸຂະພາບຍັງອ່ອນເພຍຫລັງການຜ່າຕັດໃນການປິ່ນປົວໂລກມະເຮັງ ຢູ່ ກູບາ ແມ່ນເໝາະສົມກັບຂໍ້ກຳນົດຂອງລັດຖະທຳມະນູນປະເທດນີ້. ທ່ານນາງ Luisa Estela Morale ປະທານສານດັ່ງກ່າວໃຫ້ຮູ້ວ່າ ປະທານາທິບໍດີ Hugo Chavez ໄດ້ຮັບອະນຸຍາດຈາກສະພາແຫ່ງຊາດ Venezuela ໃຫ້ໄປກູບາ ເພື່ອຜ່າຕັດ ສະນັ້ນ ບໍ່ອາດຖືວ່າ ເລື່ອງບໍ່ມີຫນ້າຂອງທ່ານຢູ່ Venezuela ແມ່ນຊົ່ວຄາວ ກໍຄືຍາວນານ ແລະ ທ່ານມີສິດສາບານຕົວຮັບຕຳແຫນ່ງຕໍ່ສານຍຸຕິທຳ. ທ່ານນາງ Morales ກໍຊີ້ແຈງວ່າ ປະຈຸບັນ ລັດຖະບານຈະສືບຕໍ່ບໍລິຫານປະເທດນີ້.
TAG
ສາບານຕົວ
Related
More





