ປະທານາທິບໍດີອີຢີບຮຽກຮ້ອງປະຊາຊົນຕັ້ງຫນ້າເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດ
18/10/2015 07:01
(vovworld)- ວັນທີ 17/10, ປະທານາທິບໍດີ ອີຢີບ Abdel Fattah El Sisi ຮຽກຮ້ອງປະຊາຊົນທຸກຄົນ

ປະທານາທິບໍດີ ອີຢີບ Abdel Fattah El Sisi ພາບ:AFP/TTXVN) (vovworld)- ວັນທີ 17/10, ປະທານາທິບໍດີ ອີຢີບ Abdel Fattah El Sisi ຮຽກຮ້ອງປະຊາຊົນທຸກຄົນ ຕ້ອງເຂົ້າຮ່ວມຢ່າງຕັ້ງຫນ້າບັນດາການເລືອກຕັ້ງສະພາແຫ່ງຊາດ ເລີ່ມດຳເນີນໃນທ້າຍອາທິດນີ້. ປະທານາທິບໍດີ El Sisi ກໍຮຽກຮ້ອງປະຊາຊົນ ຕ້ອງເຂົ້າໃຈແຈ້ງບັນດາສິ່ງທ້າທາຍ ແລະ ມີສະຕິລະວັງຕົວຕໍ່ໄພນາບຂູ່ບັນດາຜົນງານຊື່ງ ປະຊາຊົນ ອີຢີບ ບັນລຸໄດ້ໃນໄລຍະຜ່ານມາ. ຜູ້ນຳອຳນາດການປົກຄອງ ອີຢີບ ປາດຖະຫນາວ່າ ຊາວຫນຸ່ມ ອີຢີບ ແມ່ນກຳລັງນຳຫນ້າໄປເຖິງບັນດາສະຖານທີ່ປ່ອນບັດ ເພາະເຂົາເຈົ້າແມ່ນກຳລັງຫນູນຕົ້ນຕໍ ພ້ອມທັງຮຽກຮ້ອງແມ່ຍິງ ປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນ.
TAG
vovworld/ປະຊາຊົນທຸກຄົນ
Related
More






