ປະທານປະເທດ ເຈືອງເຕີນຊາງ ຕອບສຳພາດຕໍ່ ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ
24/01/2012 09:29
ເນື່ອງໃນໂອກາດຕົ້ນປີໃຫມ່ປີມະໂຣງ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງໄດ້ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ຽວກັບໝາກຜົນຂອງບັນດາການເຄື່ອນໄຫວການຕ່າງປະເທດກໍຄືວຽກງານປະຕິຮູບດ້ານຕຸລາການຢູ່ຫວຽດນາມ

ປີ 2011 ຜ່ານມາ, ປະເທດຫວຽດນາມບັນລຸໄດ້ຜົນງານສຳຄັນຫລາຍຢ່າງໃນການພັດທະນາເສດຖະກິດສັງຄົມ, ສ້າງປະຖົດປັດໃຈຢ່າງໝັ້ນຄົງໃຫ້ແກ່ປະເທດຊາດເພື່ອກ້າວເຂົ້າສູ່ປີ 2012 ດ້ວຍສັນຍານດີພໍສົມຄວນ. ເນື່ອງໃນໂອກາດຕົ້ນປີໃຫມ່ປີມະໂຣງ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງໄດ້ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ຽວກັບໝາກຜົນຂອງບັນດາການເຄື່ອນໄຫວການຕ່າງປະເທດກໍຄືວຽກງານປະຕິຮູບດ້ານຕຸລາການຢູ່ຫວຽດນາມ. ນີ້ແມ່ນບັນດາຂົງເຂດມີຄວາມສຳຄັນຍິ່ງ ຮັບປະກັນໃຫ້ການພັດທະນາຢ່າງເປັນປົກກະຕິ ປະກອບສ່ວນປັບປຸງທີ່ຕັ້ງບົດບາດ ແລະ ແຫລ່ງກຳລັງຂອງປະເທດຊາດໃນວິວັດການເຊື່ອມໂຍງເຂົ້າກັບສາກົນ. ເມື່ອເຕື້ອງເຖິງບັນດາຜົນງານການຕ່າງປະເທດຂອງຫວຽດນາມໃນປີຜ່ານມາ, ທ່ານປະທານປະເທດ ເຈືອງເຕີນຊາງຊີ້ແຈງວ່າ: ປີ 2011 ແມ່ນປີທຳອິດແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກທົ່ວະເທດຄັ້ງທີ11, ຜັນຂະຫຍາຍ ມະຕິ ມະຕິ ຢ່າງຮອບດ້ານ ນັບທັງນະໂຍບາຍພາຍໃນ ແລະ ການຕ່າງປະເທດ. ກອງປະຊຸມໃຫຍ່ຄັ້ງທີ 11ຂອງພັກ ໄດ້ສືບຕໍ່ຢືນຢັນ ແລະ ພັດທະນາແນວທາງຈາກກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກ. ບົນເນື້ອໃນຈິດໃຈ ຫວຽດນາມຢາກເປັນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊ່ືອໃຈຂອງປະຊາຊາດໃນໂລກ, ເພື່ອສັນຕິພາບ, ເພື່ອຜົນປະໂຫຍດລວມ ພ້ອມກັນຮ່ວມມື, ພັດທະນາ, ແນວທາງນີ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງກວ່າ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ:
Related
More




