ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫລີມສະຫລອງ20ປີແຫ່ງວັນສ້າງຕັ້ງກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ
26/12/2015 08:26
(vovworld)- ຕອນເຊົ້າວັນທີ 26/12 ຢູ່ ຮ່າໂນ້ຍ, ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ (Vinatex) ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 20

ທ່ານປະທານປະເທດເຈືອງເຕີນຊາງ ໄດ້ມອບນາມມະຍົດວິລະຊົນແຮງງານໃຫ້ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ (vovworld)- ຕອນເຊົ້າວັນທີ 26/12 ຢູ່ ຮ່າໂນ້ຍ, ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ (Vinatex) ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 20 ປີແຫ່ງວັນສ້າງຕັ້ງ ແລະ ຮັບນາມະຍົດວິລະຊົນແຮງງານ. ເຂົ້າຮ່ວມພິທີ, ມີທ່ານປະທານປະເທດເຈືອງເຕີນຊາງ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ເນັ້ນຫນັກວ່າ: ພ້ອມກັບວິວັດການປ່ຽນໃຫມ່ຂອງປະເທດຊາດ, ຂະແຫນງຕ່ຳແຜ່ນຕັດຫຍິບ ໄດ້ມີບາດກ້າວພັດທະນາກະໂດດຂັ້ນ, ນຳຫວຽດນາມເຂົ້າບັນຊີລາຍຊື່ 5 ປະເທດນຳຫນ້າໃນການຜະລິດ, ສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບໃຫຍ່ກວ່າໝູ່ໃນໂລກ. ເພື່ອໃຫ້ຂະແຫນງຕ່ຳແຜ່ນຕັດຫຍິບບັນລຸບັນດາຄາດໝາຍທີ່ວາງອອກ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ສະເຫນີວ່າ:
TAG
vovworld/ຕ່ຳແຜ່ນຕັດຫຍິບ
Related
More





