ພາລະກອນຮັກສາສັນຕິພາບຂອງສະຫະປະຊາຊາດນັບສິບໆຄົນຖືກຈັບຕົວຢູ່ຊີຣິ
29/08/2014 09:31
(vovworld)- ພາລະກອນຮັກສາສັນຕິພາບຂອງສະຫະປະຊາຊາດ ຈຳນວນ 43 ຄົນ ໄດ້ຖືກກຸ່ມປະກອບອາວຸດກຸ່ມໜຶ່ງຈັບຕົວໃນວັນທີ 28/8 ....

(vovworld)- ພາລະກອນຮັກສາສັນຕິພາບຂອງສະຫະປະຊາຊາດ ຈຳນວນ 43 ຄົນ ໄດ້ຖືກກຸ່ມປະກອບອາວຸດກຸ່ມໜຶ່ງຈັບຕົວໃນວັນທີ 28/8 ຢູ່ເຂດດິນຂຶ້ນກັບຊີຣີໃນເຂດພູພຽງ Golan . ສະຫະປະຊາຊາດ ໄດ້ຮັບຮູ້ຂ່າວຄາວນີ້, ພ້ອມທັງຢືນຢັນວ່າ ຈະມານະພະຍາຍາມຜັນຂະຫຍາຍທຸກວິທີເພື່ອກອບກູ້ເອົາຊີວິດຂອງຈຳນວນພາລະກອນເຫຼົ່ານັ້ນ. ການຈັບຕົວພາລະກອນຮັກສາສັນຕິພາບຂອງສະຫະປະຊາຊາດ ໄດ້ເກີດຂຶ້ນໃນສະພາວະທີ່ບັນດາກຳລັງລຸກຮື້ຂຶ້ນຢູ່ຊີຣີໄດ້ຢຶດຄອງເຂດຊາຍແດນຢູ່ Quneitra . ປະຈຸບັນ, ກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດພວມຜັນຂະຫຍາຍທະຫານປະມານ 1.200 ຄົນຢູ່ເຂດພູພຽງ Golan, ຊຶ່ງຕົ້ນຕໍແມ່ນທະຫານປະເທດ ຟີຢີ, ອິນເດຍ ແລະ ອຽກລັງ.
TAG
vov/vovworld/ພູພຽງ/ສັນຕິພາບ
Related
More






