ພາສີອາກອນໃໝ່ຂອງ ທ່ານ Trump ປະເຊີນໜ້າກັບສິ່ງທ້າທາຍດ້ານນິຕິກຳຢູ່ສານການຄ້າສາກົນ
11/04/2026 05:56
[VOVWORLD] - ເລື່ອງຈັດວາງມາດຕາດັ່ງກ່າວໃຫ້ແກ່ບັນຫາຂາດດຸນການຄ້າແມ່ນບໍ່ເໝາະສົມກັບຈຸດປະສົງໃນເບື້ອງຕົ້ນ. ສະນັ້ນ, ສານການຄ້າສາກົນ ອາເມລິກາ ຈະຮັບຟັງການອ້າງອີງເຫດຜົນຂອງບັນດາຝ່າຍເພື່ອຍົກອອກຄຳຕັດສິນວ່າ ອັດຕາພາສີ 10% ໃນປະຈຸບັນແມ່ນຖືກຕາມກົດໝາຍຫຼືບໍ່.

Tổng thống Mỹ Donald Trump phát biểu về thuế quan tại Nhà Trắng, Washington, DC, Mỹ, ngày 2/4/2025. Ảnh tư liệu: REUTERS/Carlos Barria US President Donald Trump delivers remarks on tariffs in the Rose Garden at the White House in Washington, DC, US, April 2, 2025. File Photo: REUTERS/Carlos Barria ທ່ານປະທານາທິບໍດີ Donald Trump (ພາບປະກອບ: REUTERS/Carlos Barria) ວັນ ທີ 11 ເມ ສາ (ຕາມ ເວ ລາ ທ້ອງ ຖິ່ນ) , ຄາດ ວ່າ ສານ ການ ຄ້າ ສາ ກົນ ອາ ເມ ລິ ກາ ປະ ຈຳ ນິວຢອກ ຈະ ຮັບ ຟັງ ບັນ ດາການ ອ້າງ ເຫດ ຜົນ ທີ່ກ່ຽວ ຂ້ອງ ເຖິງ ອັດ ຕາ ພ າ ສີ ຊົ່ວ ຄາວ 10% ເຊິ່ງ ອຳ ນາດ ການ ປົກ ຄອງ ຂອງ ທ່ານ Donald Trump, ປະ ທາ ນາ ທິ ບໍ ດີ ອາ ເມ ລິ ກາ ໄດ້ ຈັດ ວາງຫວ່າງມໍ່ໆ ມານີ້. ເດືອນ ເມ ສາ 2025, ທ່ານ ປະ ທາ ນາ ທິ ບໍ ດີ Donald Trump ໄດ້ ຄັດ ອ້າງອີງກົດ ໝາຍ ວ່າ ດ້ວຍ ສິດ ອຳນາດເສດ ຖະ ກິດ ສຸກ ເສີນລະຫວ່າງປະເທດ ( IEEPA) ເພື່ອ ຖະ ແຫຼງ ການ ຂາດ ດຸນ ການ ຄ້າ ທີ່ ແກ່ ຍາວແມ່ນ ສະ ພາບ ການ ສຸກ ເສີນ ລະ ດັບ ຊາດ , ຈາກນັ້ນ ກໍ່ຈັດ ວາງ ອັດ ຕາ ພາ ສີ ຕໍ່ ສ ິ ນ ຄ້າ ນຳ ເຂົ້າ ທົ່ວ ໂລກ. ເຖິງ ຢ່າງ ໃດ ກໍ່ ຕາມ , ໃນ ເດືອນ ກຸມ ພາ ຜ່ານ ມາ , ສານ ສູງ ສຸດ ອາ ເມ ລິ ກາ ຖື ວ່າ ກົດ ໝາຍນີ້ບໍ່ ອະ ນຸ ຍາດ ໃຫ້ນຳ ໃຊ້ ພາ ສີອາກອນ ຄື ດັ່ງ ເຄື່ອງ ມື ເພື່ອ ຮັບ ມື ກັບ ສະ ພາບ ການ ສຸກ ເສີນ , ບັງ ຄັບ ໃຫ້ ອຳ ນາດ ການ ປົກ ຄອງ ຕ້ອງ ຊອກ ຫາ ມາດ ຕະ ການ ປ່ຽນ ແທນ. ຫຼັງ ຈາກນັ້ນ , ທຳ ນຽບ ຂາວ ກໍ່ ຫັນ ໄປ ຈັດ ວາງ ມາດ ຕາ 122 ຂອງ ກົດ ໝາຍ ວ່ າ ດ້ວຍ ການ ຄ້າ ປີ 1974, ອະ ນຸ ຍາດ ໃຫ້ ປະ ທາ ນາ ທິ ບໍ ດີ ຈັດ ວາງ ພາ ສີ ທົ່ວ ໂລກ ສູງ ສຸດ ແມ່ນ 15% ພາຍໃນ ເວ ລາ 150 ວັນ ໂດຍບໍ່ ຕ້ອງ ໄດ້ຮັບ ການ ໃຫ້ ສັດ ຕະ ຍາ ບັນ ຈາກ ສະ ພາ ແຫ່ງ ຊາດ. ເຖິງ ຢ່າງ ໃດ ກໍ່ ຕາມ , ລັກ ສະ ນະ ຖືກ ຕ້ອງຕາມ ກົດ ໝາຍ ເມື່ອໃຊ້ການ ຈັດ ວາງ ມາດ ຕາ 122 ກໍ່ ພວ ມ ຖືກຕັ້ງເປັນຄຳ ຖາມ. ບັນ ດາ ນັກ ຊ່ຽວ ຊານ ຖື ວ່າ ເລື່ອງ ຈັດ ວາງ ມາ ດ ຕາ ດັ່ງ ກ່າວ ໃຫ້ ແກ່ ບັນ ຫາ ຂາດ ດຸນ ການ ຄ້າ ແມ່ນບໍ່ ເໝາະ ສົມ ກັບ ຈຸດ ປະ ສົງ ໃນ ເບື້ອງ ຕົ້ນ. ສະ ນັ້ນ , ສານ ການ ຄ້າ ສາ ກົນ ອາ ເມ ລິ ກາ ຈະ ຮັບ ຟັງການ ອ້າງອີງ ເຫ ດ ຜົນ ຂອງບ ັນ ດາ ຝ່າຍ ເພື່ອ ຍົກ ອອກ ຄຳ ຕັດ ສິນ ວ່າ ອັດ ຕາ ພາ ສີ 10% ໃນ ປະ ຈຸ ບັນ ແມ່ນ ຖືກ ຕາມ ກົດ ໝາຍ ຫຼືບໍ່.
TAG
VOV/VOVWORLD/ເຄື່ອງມື/ຮັບມື/ສະພາບການ
Related





