ພັດທະນາ ສະໜາມບິນທີ່ເປັນປະຕູເຂົ້າອອກແຫ່ງຊາດ ແບບຍືນຍົງ
21/10/2019 07:43
(VOVWORLD) -ພັດທະນາ ສະໜາມບິນທີ່ເປັນປະຕູເຂົ້າອອກແຫ່ງຊາດ ແບບຍືນຍົງນີ້ແມ່ນຫົວຂໍ້ກອງປະຊຸມສຳມະນາເຊິ່ງໄດ້ດຳເນີນໃນວັນທີ 19 ຕຸລາ ຢູ່ ຮ່າໂນ້ຍໂດຍສະຖາບັນຄົ້ນຄ້ວາວາງແຜນ ແລະ ພັດທະນາ (PDI), ເຊິ່ງເປັນໜ່ວຍງານຂຶ້ນກັບສະຫະສະມາຄົມ ຫວຽດນາມ, ຈັດຕັ້ງຂຶ້ນ.

ກອງປະຊຸມສຳມະນາພັດທະນາ ສະໜາມບິນທີ່ເປັນປະຕູເຂົ້າອອກແຫ່ງຊາດ ແບບຍືນຍົງພັດທະນາສະໜາມບິນລອງແທັງ ເຫດການດຳເນີນໃນສະພາບທີ່ໂຄງການທ່າອາກາດສະຍາມ ລອງແທັງ (ສະໜາມບິນສາກົນ ລອງແທັງ) ພວມດຶງດູດຄວາມສົນໃຈຂອງທົ່ວສັງຄົມ. ຕາມແຜນການສັງລວມ, ສະໜາມບິນລອງແທັງ ໄດ້ກໍ່ສ້າງບົນພື້ນຖານເຕັກໂນໂລຢີ 4.0 ແລະ ແມ່ນສະໜາມບິນທີ່ມີລະດັບ 4F - ລະດັບສູງທີ່ສຸດຕາມມາດຕະຖານຂອງ ອົງການການບິນພົນລະເຮືອນສາກົນ. ຖ້າຫາກວ່າ ແຜນນະໂຍບາຍນີ້ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ, ບໍລິສັດໃຫຍ່ທ່າອາກາດສະຍາມ ຫວຽດນາມຈະໄດ້ເລີ່ມລົງມືກໍ່ສ້າງສະໜາມບິນລອງແທັງໃນຕົ້ນປີ 2021. ກອງປະຊຸມໄດ້ຊ່ວຍໃຫ້ບັນດາອົງການວາງແຜນນະໂຍບາຍຍົກອອກບັນດາການຕັດສິນທີ່ເໝາະສົມກ່ຽວກັບເລື່ອງວາງແຜນກໍ່ຄືບັນດານະໂຍບາຍລົງທຶນພັດທະນາບັນດາສະໜາມບິນ, ປະກອບສ່ວນເຂົ້າໃນການພັດທະນາ, ສັງຄົມປະເທດຊາດ.
TAG
VOV/VOVworld/ສະໜາມບິນລອງແທັງ/ທ່າອາກາດສະຍາມ
Related
More






