ພັດທະນາພະລັງງານໄຟຟ້າແຮງລົມ - ກາລະໂອກາດ ແລະ ສິ່ງທ້າທາຍ
26/11/2013 13:15
(vovworld) - ການລົງທຶນເຂົ້າໃນຂົງເຂດ ໄຟຟ້າແຮງລົມຢູ່ຫວຽດນາມ ແມ່ນສູງກ່ວາທົບ 1,5 ເທົ່າເມື່ອທຽບໃສ່ໄຟຟ້າໃຊ້ພະລັງຄວາມຮ້ອນ...

ຫວຽດນາມມີຄວາມສາມາດບົ່ມຊ້ອນ ພັດທະນາພະລັງງານ ໄຟຟ້າແຮງລົມ (ພາບ: kinhte) (vovworld) - ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາພະລັງງານ ໄຟຟ້າແຮງລົມ, ແຕ່ການ ລົງທຶນເຂົ້າໃນຂົງເຂດ ໄຟຟ້າແຮງລົມຢູ່ຫວຽດນາມ ແມ່ນສູງກ່ວາທົບ 1,5 ເທົ່າເມື່ອທຽບໃສ່ ໄຟຟ້າ ໃຊ້ພະລັງຄວາມຮ້ອນ, ໄຟຟ້ານ້ຳຕົກ...ດັ່ງນັ້ນຄວນມີກົນໄກນະໂຍບາຍໜູນຊ່ວຍເພື່ອ ພັດທະນາ ພະລັງງານໄຟຟ້າແຮງລົມຢູ່ຫວຽດນາມ. ຂໍ້ສັງເກດດັ່ງກ່າວຖືກຍົກອອກມາທີ່ກອງປະຊຸມ ສາກົນ ກ່ຽວກັບ “ການພັດທະນາພະລັງງານ ໄຟຟ້າແຮງລົມຢູ່ບັນດາປະເທດ ອາເປັກ” ຊຶ່ງດຳເນີນໃນ ວັນທີ 25 ແລະ 26/11 ຢູ່ຮ່າໂນ້ຍ. ທ່ານ ຫງວຽນດຶກເກືອງ ຜູ້ອຳນວຍການສູນພະລັງງານຜະລິດຄືນໃໝ່ ແລະ ກົນໄກພັດທະນາ ຄວາມສະອາດ - ສະຖາບັນພະລັງງານ( ກະຊວງອຸດສາຫະກຳ-ການຄ້າ) ໃຫ້ຮູ້ວ່າ : “ ປະຈຸບັນ, ໄຟຟ້າແຮງລົມພວມໄດ້ຮັບການສົ່ງເສີມ ແລະ ໜູນຊ່ວຍເພື່ອ ພັດທະນາຈາກ ລັດຖະບານຫວຽດນາມ. ໃນໄລຍະທີ່ຈະເຖິງ ຈະວາງແຜນກຳນົດ ໂຄງການຢູ່ບັນດາແຂວງເຂດແຄມທະເລພາກກາງ, ແລະ ເຂັດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ລັດຖະບານຫວຽດນາມກໍໄດ້ມີຂໍ້ຕົກລົງກ່ຽວກັບກົນໄກໜູນຊ່ວຍໄຟຟ້າແຮງລົມ ”
TAG
vov/vovworld/ໄຟຟ້າແຮງລົມ
Related






