ພັກນິຍົມຮັກສາເດີມຂອງທ່ານນາຍົກລັດຖະມົນຕີ David Cameron ຍາດໄດ້ໄຊຊະນະ
09/05/2015 10:52
(vovworld)- ຄະນະກຳມະການເລືອກຕັ້ງອັງກິດໄດ້ປະກາດເມື່ອວັນທີ 8/5 ວ່າ ພັກນິຍົມຮັກສາເດີມຂອງທ່ານນາຍົກລັດຖະມົນຕີ David Cameron ຍາດໄດ້ 329 ທີ່ນັງ່

ທ່ານນາຍົກລັດຖະມົນຕີ David Cameron ແນ່ນອນວ່າ ຈະດຳລົງຕຳແໜ່ງນາຍົກລັດຖະມົນຕີຕື່ມອີກສະໄໝໜຶ່ງ (vovworld)- ຄະນະກຳມະການເລືອກຕັ້ງອັງກິດໄດ້ປະກາດເມື່ອວັນທີ 8/5 ວ່າ ພັກນິຍົມຮັກສາເດີມຂອງທ່ານນາຍົກລັດຖະມົນຕີ David Cameron ຍາດໄດ້ 329 ທີ່ນັງ່ໃນຈຳນວນ 650 ທີ່ນັ່ງຢູ່ສະພາຕ່ຳ, ສູງກວ່າເຄິງໜຶ່ງຂອງຈຳນວນທີ່ນັ່ງເພື່ອສາມາດສ້າງຕັ້ງລັດຖະບານ ໂດຍບໍ່ຕ້ອງການສຳພັນທະມິດກັບບໍ່ວ່າພັກໃດໆຄືໃນການເລືອກຕັ້ງປີ 2010. ໃນຂະນະນັ້ນ, ພັກແຮງງານຂອງຜູ້ນຳ Ed Miliband ຍາດໄດ້ພຽງ 232 ທີ່ນັ່ງເທົ່ານັ້ນ. ດ້ວຍໄຊຊະນະນີ້, ທ່ານນາຍົກລັດຖະມົນຕີ David Cameron ແນ່ນອນວ່າ ຈະດຳລົງຕຳແໜ່ງນາຍົກລັດຖະມົນຕີຕື່ມອີກສະໄໝໜຶ່ງ, ເພື່ອປະຕິບັດບັນດາເປົ້າໝາຍໃນໂຄງການເຄື່ອນໄຫວທີ່ໄດ້ວາງອອກ.
TAG
vov/vovworld/ການເລືອກຕັ້ງ
Related
More






