VOV WorldVOV World
ປັນຍາຊົນໜຸ່ມຫວຽດນາມ ເພື່ອເປົ້າໝາຍພັດທະນາປະເທດຊາດແບບຍືນຍົງ
27/11/2019 07:53
(VOVWORLD) - “ປັນຍາຊົນໜຸ່ມຫວຽດນາມ ເພື່ອເປົ້າໝາຍພັດທະນາປະເທດຊາດແບບຍືນຍົງ”. ນີ້ແມ່ນຫົວຂໍ້ຂອງເວທີປາໄສປັນຍາຊົນໜຸ່ມຫວຽດນາມລະດັບທົ່ວໂລກຄັ້ງທີ 2, ປີີ 2019 ທີ່ຖືກໄຂຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ. ເວທີປາໄສ ໂດຍສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຈັດຕັ້ງຂຶ້ນ, ອັນໄດ້ດຶງດູດການເຂົ້າຮ່ວມຂອງປັນຍາຊົນໜຸ່ມຫວຽດນາມ ຢູ່ພາຍໃນ ແລະ ພວມດໍາລົງຊີວິດ, ເຮັດວຽກຢູ່ 23 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ.
ປັນຍາຊົນໜຸ່ມຫວຽດນາມ ເພື່ອເປົ້າໝາຍພັດທະນາປະເທດຊາດແບບຍືນຍົງ
ເວທີປາໄສດັ່ງກ່າວ, ຖືກດໍາເນີນໃນລະຫວ່າງວັນທີ 26 – 28 ພະຈິກ ເພື່ອແນໃສ່ສືບຕໍ່ປັບປຸງກໍາລັງປັນຍາຊົນໜຸ່ມຫວຽດນາມໃນທົ່ວໂລກ ເພື່ອປຶກສາຫາລືກ່ຽວກັບວິໄສທັດ, ພາລະກໍາ, ບົດບາດ ແລະ ກໍາລັງຄວາມສາມາດຂອງການປະກອບສ່ວນຂອງຖັນແຖວປັນຊາຊົນໜຸ່ມຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ຊຸກຍູ້ວິວັດການເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງຂອງຫວຽດນາມ. ພ້ອມທັງ ສົ່ງເສີມປັນຍາຊົນໜຸ່ມສະເໜີບັນດາຂໍ້ລິເລີ່ມ, ມາດຕະການແກ້ໄຂ, ປະກອບສ່ວນໃຫ້ແກ່ພັກ, ລັດ ໃນຂະບວນວິວັດແຫ່ງການປະຕິບັດບັນດາເປົ້າໝາຍພັດທະນາປະເທດແບບຍືນຍົງ.
TAG
VOV/VOVworld/ປັນຍາຊົນໜຸ່ມ/ກະດູກສັນຫຼັງ/ຊາວໜຸ່ມ

More