ປຸກລະດົມຂະບວນການແຂ່ງຂັນຕັດສິນໃຈປະຕິບັດສຳເລັດເປົ້າໝາຍເຕີບໂຕ 2 ຕົວເລກ
15/04/2026 07:53
[VOVWORLD] - ທ່ານນາຍົກລັດຖະມົນຕີສະເໜີວ່າ ຂະບວນການແຂ່ງຂັນຕ້ອງສ້າງໄດ້ບາດກ້າວບຸກທະລຸ, ເປັນເອກະພາບດ້ານຄວາມຮັບຮູ້, ຈິນຕະນາການ ແລະ ການກະທຳໃນທົ່ວລະບົບການເມືອງ.

260415_am_12_anh_2.jpg (ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ) ຕອນເຊົ້າວັນທີ 15 ເມສາ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ສະພາແຂ່ງຂັນ- ຍ້ອງຍໍສູນກາງ. ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີສະເໜີປຸກລະດົມຂະບວນການ “ທົ່ວປະເທດຕັດສິນໃຈພັດທະນາເສດຖະກິດ, ສັງຄົມ, ສູ້ຊົນປະຕິບັດສຳເລັດເປົ້າໝາຍເຕີບໂຕ 2 ຕົວເລກແບບຍືນຍົງ ໄລຍະ 2026 – 2030”. ທ່ານນາຍົກລັດຖະມົນຕີສະເໜີວ່າ ຂະບວນການແຂ່ງຂັນຕ້ອງສ້າງໄດ້ບາດກ້າວບຸກທະລຸ, ເປັນເອກະພາບດ້ານຄວາມຮັບຮູ້, ຈິນຕະນາການ ແລະ ການກະທຳໃນທົ່ວລະບົບການເມືອງ. “ພວກເຮົາຕ້ອງເປັນເອກະພາບຄວາມຮັບຮູ້, ຈິນຕະນາການ ແລະ ການກະທຳ ແລະ ປຸກລຸກຄວາມຄາດຫວັງພັດທະນາປະເທດຊາດ. ຢາກເຮັດໄດ້ຄືແນວນັ້ນ ບໍ່ພຽງແຕ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເທົ່ານັ້ນ ຫາກບັນດາປະຊາຄົມວິສາຫະກິດ ແລະ ປະຊາຊົນລ້ວນແຕ່ຕ້ອງເຂົ້າຮ່ວມເປົ້າໝາຍບັນລຸລະດັບເຕີບໂຕ 2 ຕົວເລກອີກດ້ວຍ. ດັ່ງນັ້ນ, ໜ້າທີ່ແຂ່ງຂັນຕ້ອງປຸກລຸກທົ່ວສັງຄົມ ຫາກບໍ່ພຽງແຕ່ແມ່ນກົງຈັກອຳນາດການປົກຄອງທຸກຂັ້ນເທົ່ານັ້ນ ແຕ່ທັງລະບົບການເມືອງຕ້ອງເຂົ້າຮ່ວມ”.
TAG
VOV/VOVWORLD/ກະຊວງ/ຂະແໜງການ/ທ້ອງຖິ່ນ
Related
More





