ວັນທີ 5 ພະຈິກ, ບັນດາອົງການ ສປຊ ໄດ້ຮຽກຮ້ອງບ້ວງເງິນອຸປະຖຳດ່ວນ 8,9 ລ້ານ USD ເພື່ອໜູນຊ່ວຍຊາວເອທີໂອເປຍ ນັບໝື່ນຄົນ ທີ່ຕ້ອງເດີນທາງໄປຍັງບັນດາປະເທດ ບ້ານໃກ້ເຮືອນຄຽງຄື ແຄນຢາ ເພື່ອລີ້ໄພຍ້ອນເກີດການປະທະກັນປະກອບອາວຸດ. ຄຳຮຽກຮ້ອງໂດຍອົງການຂ້າຫຼວງໃຫຍ່ສະຫະປະຊາຊາດເພື່ອຊາວອົບພະຍົບ (UNHCR), ກອງທຶນເພື່ອເດັກ ສປຊ (UNICEF), ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ແລະ ໂຄງການອາຫານໂລກ (WFP). ບ້ວງລາຍຈ່າຍນີ້ຄາດວ່າຈະຕອບສະໜອງບັນດາຄວາມຕ້ອງການທີ່ຈຳເປັນຂອງປະຊາຊົນໄດ້ຫຼາຍສຸດ 50.000 ຄົນໃນເວລາ 3 ເດືອນຈະມາເຖິງ. ບັນດາອົງການ ສປຊ ກໍ່ກະກຽມແບບວິທີການໜູນຊ່ວຍໃຫ້ປະຊາຊົນປະມານ 80.000 ຄົນຖ້າການລີ້ໄພສືບຕໍ່ເພີ່ມຂຶ້ນ.
ສປຊ ຮຽກຮອງເງິນເກືອບ 9 ລ້ານ USD ໜູນຊ່ວຍຜູ້ອົບພະຍົບ ເອທີໂອເປຍ ຢູ່ ແຄນຢາ
06/11/2026 07:57
[VOVWORLD] - ຄຳຮຽກຮ້ອງໂດຍອົງການຂ້າຫຼວງໃຫຍ່ສະຫະປະຊາຊາດເພື່ອຊາວອົບພະຍົບ (UNHCR), ກອງທຶນເພື່ອເດັກ ສປຊ (UNICEF), ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ແລະ ໂຄງການອາຫານໂລກ (WFP).
TAG
VOV/VOVWORLD/ສປຊ/ຜູ້ອົບພະຍົບ/ເອທີໂອເປຍ/ແຄນຢາ
Related
More




.jpg)
