VOV WorldVOV World
ສະ​ພາບ​ການ​ຢູ່ ໂບ​ລ​ີ​ວີ​ ສືບ​ຕໍ່​ດ​ຳ​ເນີນ​ໄປ​ຢ່​າງ​ສັບ​ສົນ
12/11/2019 09:11
(VOVWORLD) -ໃນວັນທີ 11 ພະຈິກ, ບັນດາກຳລັງປະກອບອາວຸດ ໂບລີວີ ໄດ້ສົມທົບກັບຕຳຫຼວດປະເທດນີ້ ສະກັດກັ້ນການໃຊ້ຄວາມຮຸນແຮງພາຍຫຼັງທ່ານ ປະທານາທິບໍດີ Evo Morales ລາອອກຈາກຕຳແໜ່ງ. ຄຳໝັ້ນສັນຍາໄດ້ວາງອອກພາຍຫຼັງຕຳຫຼວດນະຄອນຫຼວງ La Paz ສະເໜີກອງທັບໜູນຊ່ວຍ, ເມື່ອມີຜູ້ສະໜັບສະໜູນ ທ່ານ Morales ແຫ່ຂະບວນຢູ່ນະຄອນຫຼວງຢ່າງຫຼວງຫຼາຍ.
ສະ​ພາບ​ການ​ຢູ່ ໂບ​ລ​ີ​ວີ​ ສືບ​ຕໍ່​ດ​ຳ​ເນີນ​ໄປ​ຢ່​າງ​ສັບ​ສົນ
ໃນຂະນະນັ້ນ, ທ່ານນາງ Jeanine Anez ຮອງປະທານສະພາສູງ ໂບລີວີ, ຜູ້ທີ່ ຈະກາຍເປັນປະທານາທິບໍດີຊົ່ວຄາວຕາມລັດຖະທຳມະນຸນ ໂບລີວີພາຍຫຼັງທີ່ທ່ານ Morales ລາອອກຈາກຕຳແໜ່ງ, ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຮຽກຮ້ອງຈັດຕັ້ງການເລືອກຕັ້ງປະທານາທິບໍດີຄືນໃໝ່ໂດຍໄວ. ກ່າວຄຳເຫັນທີ່ນະຄອນຫຼວງ La Paz, ທ່ານນາງ Anez ຢັ້ງຢືນວ່າ “ຈະມີວິວັດທະນາການເລືອກຕັ້ງທີ່ຕອບສະໜອງມຸ່ງມາດປາດຖະໜາຂອງປະຊາຊົນ ໂບລີວີທັງໝົດ”.         ແລະກໍ່ໃນວັນດຽວກັນ, ຫາງສຽງສາກົນໄດ້ສືບຕໍ່ຕຳໜິຕິຕຽນບັນດາກຳລັງພາຍນອກທີ່ໄດ້ແຊກແຊງເຂົ້າສະພາບການໂບລີວີ ພາຍຫຼັງທ່ານ Evo Morales ປະທານາທິບໍດີ ລາອອກຈາກຕຳແໜ່ງ. ບັນດາເຈົ້າໜ້າທີ່ ບຣາຊິນໃຫ້ຮູ້ວ່າ ປະເທດນີ້ຍັງຈະປິດປະຕູຊາຍແດນກັບ ໂບລີວີ ຈົນກ່ວາເວລາ ປະເທດບ້ານໃກ້ເຮືອນຄຽງນີ້ຈະມີປະທານາທິບໍດີຄົນໃໝ່.         ສະຫະພາບ ເອີລົບ (EU) ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ໂບລີວີ ອົດກັ້ນ, ພ້ອມທັງຢັ້ງຢືນວ່າ ກຽມພ້ອມທີ່ຈະສົ່ງບັນດາຜູ້ສັງເກດການໄປຕິດຕາມບໍ່ວ່າການເລືອກຕັ້ງໃໝ່ໃດ ຖ້າຫາກມີຄວາມຕ້ອງການ.
TAG
VOV/VOVworld/ໂບ​ລ​ີ​ວີ​/Evo Morales

More