ຊາບຊືມການຮ່ຳຮຽນ,ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ12ຂອງພັກຢ່າງເລິກເຊິ່ງ
19/04/2016 08:42
(vovworld)- ຕອນເຊົ້າວັນທີ 19/4 ຢູ່ ຮ່າໂນ້ຍ, ຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມພະນັກງານທົ່ວປະເທດ ການຮ່ຳຮຽນ

ກອງປະຊຸມພະນັກງານທົ່ວປະເທດ ການຮ່ຳຮຽນ, ຊາບຊືມະຕິ ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ (vovworld)- ຕອນເຊົ້າວັນທີ 19/4 ຢູ່ ຮ່າໂນ້ຍ, ຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມພະນັກງານທົ່ວປະເທດ ການຮ່ຳຮຽນ, ຊາບຊືມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ເນັ້ນຫນັກວ່າ: “ພວກເຮົາຄວນຊາບຊືມການຳຮ່ຳຮຽນ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງເລິກເຊິ່ງ. ນີ້ແມ່ນບັ້ນດຳເນີນຊີວິດການເມືອງຢ່າງເລິກເຊິ່ງກວ້າງຂວາງ, ມີຄວາມສຳຄັນພິເສດ, ເພື່ອສ້າງການຫັນປ່ຽນກ່ຽວກັບຄວາມຮັບຮູ້, ເປັນເອກະພາບເຈດຈຳນົງ ແລະ ການກະທຳໃນທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ຊື່ງກ່ອນອື່ນໝົດແມ່ນຖັນແຖວພະນັກງານຫລັກແຫລ່ງຢູ່ທຸກຂັ້ນ, ຂະແຫນງການ. ວຽກງານຮ່ຳຮຽນ, ຊາບຊືມມະຕິ ປະກອບສ່ວນເພີ່ມທະວີການກໍ່ສ້າງພັກ ກ່ຽວກັບດ້ານການເມືອງ, ແນວຄິດ, ສະກັດກັ້ນ, ຍູ້ການເສື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ຄວາມຮັບຮູ້ຢ່າງຜິດພາດໃຫ້ຖອຍໄປ.”
TAG
vovworld/ຊາບຊືມະຕິ
Related
More





