ສ້າງເງື່ອນໄຂສະດວກໃຫ້ແກ່ຊາວຫນຸ່ມສືບຕໍ່ອຸທິດສ່ວນ
28/12/2014 10:24
(vovworld)- ຕອນເຊົ້າວັນທີ 28/12, ກອງປະຊຸມໃຫຍ່ສະຫະພັນຊາວຫນຸ່ມຫວຽດນາມ ສືບຕໍ່ມື້ເຮັດວຽກທີ 2

ກອງປະຊຸມໃຫຍ່ສະຫະພັນຊາວຫນຸ່ມຫວຽດນາມ ພາບ:http://dantri.com.vn (vovworld)- ຕອນເຊົ້າວັນທີ 28/12, ກອງປະຊຸມໃຫຍ່ສະຫະພັນຊາວຫນຸ່ມຫວຽດນາມ ສືບຕໍ່ມື້ເຮັດວຽກທີ 2, ຫົວຫນ້າບັນດາກະຊວງ, ຂະແຫນງການສູນກາງ ໄດ້ຢືນຢັນວ່າ: ຈະເພີ່ມທະວີການປະສານສົມທົບ ແລະ ສ້າງເງື່ອນໄຂສະດວກເພື່ອເສີມຂະຫຍາຍກຳລັງແຮງໄວຫນຸ່ມກວ່າອີກໃນບັນດາການເຄື່ອນໄຫວ, ເປັນຕົ້ນແມ່ນບັນດາບັນຫາຮັບປະກັນຊີວິດສັງຄົມ ແລະ ດຶງດູດແຫລ່ງຊັບພະຍາກອນມະນຸດຫນຸ່ມໃນການພັດທະນາວິທະຍາສາດເຕັກໂນໂລຊີ. ທີ່ວາລະປຶກສາຫາລື, ທ່ານນາງ ຟ້າມທິຫາຍຈ່ວຽນ, ລັດຖະມົນຕີວ່າການກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຕີລາຄາສູງ ການປະກອບສ່ວນຂອງກຳລັງຊາວຫນຸ່ມໃນໄລຍະຜ່ານມາ ພ້ອມທັງໃຫ້ຮູ້ວ່າ ໄລຍະຈະມາເຖິງ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ຈະສືບຕໍ່ສົມທົບກັບບັນດາອົງການກ່ຽວຂ້ອງຍູ້ແຮງວຽກງານໂຄສະນາ, ຊ່ວຍຊາວຫນຸ່ມມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບການກຳນົດວິຊາຊີບ, ເພີ່ມທະວີວຽກງານໃຫ້ຄຳປຶກສາ, ແນະນຳອາຊີບໃນໂຮງຮຽນ, ຄົ້ນຄ້ວາບັນດາລາຍການ, ໂຄງການຫນູນຊ່ວຍໃຫ້ເໝາະສົມກັບແຕ່ລະໝວດເປົ້າໝາຍນັກສຶກສາ, ຊາວຫນຸ່ມ. ເມື່ອເຕື້ອງເຖິງບົດບາດຂອງຊາວຫນຸ່ມໃນການຄົ້ນຄ້ວາ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຊີ, ທ່ານ ຫງວຽນກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປາດຖະຫນາວ່າ: ຊາວຫນຸ່ມຈະຮ່ຳຮຽນຢ່າງບໍ່ຢຸດຢັ້ງ ເພື່ອເປັນເຈົ້າການດ້ານວິທະຍາສາດ ແລະ ເຕັກໂນໂລຊີໃຫມ່, ບັນລຸຜົນງານດີເດັ່ນ, ທັດທຽມກັບຊາວຫນຸ່ມບັນດາປະເທດໃນໂລກ. ທ່ານ ຫງວຽນກວນ ກ່າວວ່າ:
TAG
vovworld/ສະຫະພັນຊາວຫນຸ່ມ
Related
More






