ສະເຫລີມສະຫລອງ60ປີແຫ່ງວັນສ້າງຕັ້ງຂະແຫນງຄຸ້ມຄອງລັດກ່ຽວກັບສາສະຫນາ
29/07/2015 09:44
(vovworld)-ວັນທີ 28/7, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ໄດ້ຈັດຕັ້ງການພົບປະສັງສັນ ເນື່ອງໃນໂອກາດສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງ

ພາບປະກອບ:internet (vovworld)-ວັນທີ 28/7, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ໄດ້ຈັດຕັ້ງການພົບປະສັງສັນ ເນື່ອງໃນໂອກາດສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງຂະແຫນງຄຸ້ມຄອງລັດກ່ຽວກັບສາສະຫນາ (2/8/1955-2/8/2015). ນະທີ່ນີ້ ທ່ານ ເຢືອງກວກຊວນ, ຮອງຫົວຫນ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ຢືນຢັນວ່າ: ສະພາບການສາສະຫນາໃນບໍລິເວນເຂດຕາເວັນຕົກພາກໃຕ້ ແມ່ນປົກກະຕິພໍສົມຄວນ. ບັນດາອົງການສາສະຫນາລ້ວນແຕ່ປະຕິບັດຖືກຕ້ອງກັບລັດຖະທຳມະນູນ, ກົດລະບຽບຂອງສະມາຄົມສາສະຫນາ ແລະ ກົດໝາຍຂອງລັດ. ບັນດາງານບຸນຂອງສາສະຫນາຕ່າງໆລ້ວນແຕ່ໄດ້ຮັບການປະຕິບັດຢ່າງສົມກຽດ. ຜູ້ແທນເຂົ້າຮ່ວມພິທີສະເຫລີມສະຫລອງ ກໍເນັ້ນຫນັກວ່າ: ບັນດາທ້ອງຖິ່ນໃນເຂດ ປະຕິບັດນະໂຍບາຍສາສະຫນາຂອງພັກ ແລະ ລັດເປັນຢ່າງດີ, ສ້າງເງື່ອນໄຂໃຫ້ບັນດາອົງການສາສະຫນາເຄື່ອນໄຫວຕາມຂໍ້ກຳນົດຂອງກົດໝາຍ.
TAG
vovworld/ຂະແຫນງຄຸ້ມຄອງລັດ
Related
More






