ວັນທີ 04 ພະຈິກ, ສະຫະພາບ ເອີລົບ (EU) ໄດ້ຈັດກອງປະຊຸມກັບຜູ້ຕາງໜ້າ ຢູແກຼນ, ອາເມລິກາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO), ທະນາຄານໂລກ (WB) ແລະ ປະເທດ ເອີລົບ ຈຳນວນໜຶ່ງ ເພື່ອປຶກສາຫາລືກ່ຽວກັບແງ່ຫວັງພັດທະນາເສດຖະກິດ ແລະ ມາດຕະການໜູນຊ່ວຍການກໍ່ສ້າງ ຢູແກຼນ ຄືນໃໝ່ພາຍຫຼັງເກີດການປະທະກັນກັບ ລັດເຊຍ.
ຕາມແຈ້ງການຂອງຄະນະກຳມະການ ເອີລົບ (EC), ເນື້ອໃນການປຶກສາຫາລືໄດ້ສຸມໃສ່ສ້າງບັນດາແຜນການພັດທະນາເສດຖະກິດຂອງ ຢູແກຼນ ພາຍຫຼັງການປະທະກັນໃຫ້ສົມບູນແບບ, ພ້ອມກັນນັ້ນກໍ່ກຳນົດບັນດາເຄື່ອງມືໜູນຊ່ວຍທີ່ເໝາະສົມ, ເພີ່ມເຕີມໃຫ້ແກ່ບັນດາຄວາມພະຍາຍາມຂອງ Kiev. EC ຢືນຢັນວ່າ EU ຈະສືບຕໍ່ໜູນຊ່ວຍ ຢູແກຼນ ໃນວິວັດທະນາການມຸ່ງໄປສູ່ພື້ນຖານສັນຕິພາບອັນຍາວນານ.
ກ່ອນໜ້ານີ້, ທ່ານ Steve Witkoff, ທູດພິເສດຂອງປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຄາດວ່າ, ຄະນະຜູ້ແທນ ຢູແກຼນ ແລະ ລັດເຊຍ ຈະດຳເນີນພົບປະຢູ່ Abu Dhabi (ສະຫະລັດ ອາຣັບເອມີເຣດ) ໃນວັນທີ 10-11 ພະຈິກ ເພື່ອປຶກສາຫາລືກ່ຽວກັບການຢຸດຕິການປະທະກັນ, ສ້າງບັນດາຂໍ້ຕົກລົງດ້ານຄວາມໝັ້ນຄົງພາຍຫຼັງການປະທະກັນ ແລະ ການຫຼຸດຄວາມເຄັ່ງຕຶງລົງ.





