ສະພາແຫ່ງຊາດປຶກສາຫາລືແຜນການພັດທະນາເສດຖະກິດສັງຄົມຊຸມເດືອນຕົ້ນປີ 2012
07/06/2012 08:28
ວັນທີ 7/6, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປຶກສາຫາລືກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2011, ເລື່ອງຜັນຂະຫຍາຍການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2012.

(vovworld) - ວັນທີ 7/6, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປຶກສາຫາລືກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2011, ເລື່ອງຜັນຂະຫຍາຍການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2012. ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 13 ພາບ: internet ໃນຊຸມເດືອນຕົ້ນປີ 2012, ດ້ວຍເລື່ອງສືບຕໍ່ປະຕິບັດຈຸດໝາຍຄວບຄຸມໄພເງິເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ມາດຕະການຂອງລັດຖະບານໃນການຫລຸດຜ່ອນດັດຊະນີລາຄາໃຊ້ສອຍລົງລະດັບ 2,6% ຊຶ່ງແມ່ນລະດັບຕຳ່ສຸດໃນຮອບ 3 ປີຜ່ານມາ, ການນຳເຂົ້າເກີນດຸນກໍຫລຸດລົງ, ອັດຕາດອກເບ້ຍຄ່ອຍໆຫລຸດລົງ, ອັດຕາແລກປ່ຽນເງິນຕາຕ່າງປະເທດເປັນປົກກະຕິ. ແຕ່ເຖິງຢ່າງໃດກໍຕາມ, ລະດັບການເຕີບໂຕ GDP ໃນໄຕມາດ 1 ປີ 2012 ບັນລຸພຽງ 4% ເຊິ່ງແມ່ນລະດັບຕຳ່ຫລາຍເມື່ອທຽບໃສ່ໄລຍະດຽວກັນຂອງຊຸມປີກ່ອນ. ຄຳເຫັນຂອງ ສສຊ ຫລາຍທ່ານສະເຫນີວ່າ ຈົ່ງສືບຕໍ່ບຸລິມະສິດການລົງທຶນໃຫ້ແກ່ກະສິກຳ, ຊົນນະບົດ ແລະ ເສດຖະກິດທະເລ. ປະຕິບັດມະຕິເລກທີ 13 ຂອງລັດຖະບານກ່ຽວກັບບາງມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ, ຫນູນຊ່ວຍຕະຫລາດ. ທ່ານ Tran Van Minh ສສຊ ແຂວງ ກວ໋າງນີງ ປະກອບຄຳເຫັນວ່າ:
TAG
ສະພາແຫ່ງຊາດ
Related
More





