ຊອກຫາມາດຕະການໃຫ້ແກ່ຄ້ຳປະກັນສະບຽງອາຫານແລະແຫລ່ງນ້ຳຢູ່ເຂດລຸ່ມແມ່ນ້ຳຂອງ
11/04/2015 09:08
(vovworld)-ບັນດາສິ່ງທ້າທາຍສຳລັບການຄ້ຳປະກັນສະບຽງອາຫານ ແລະ ແຫລ່ງນ້ຳຢູ່ເຂດລຸ່ມແມ່ນ້ຳຂອງ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (vovworld)-ບັນດາສິ່ງທ້າທາຍສຳລັບການຄ້ຳປະກັນສະບຽງອາຫານ ແລະ ແຫລ່ງນ້ຳຢູ່ເຂດລຸ່ມແມ່ນ້ຳຂອງ ແລະບົດບາດຂອງເຕັກໂນໂລຊີແມ່ນຫົວຂໍ້ຂອງກອງປະຊຸມສຳມະນາຫາກໍຖືກຈັດຂຶ້ນຢູ່ນະຄອນຫລວງ ວິຊິງຕັນ ສະຫະລັດ ອາເມລິກາ ໂດຍມີການເຂົ້າຮ່ວມຂອງຜູ້ຕາງຫນ້າບັນດາປະເທດໃນພາກພື້ນ, ກະຊວງການຕ່າງປະເທດພ້ອມກັບຫລາຍອົງການ ແລະ ວິສາຫະກິດ ອາເມລິກາ. ນີ້ແມ່ນກອງປະຊຸມສຳມະນາທຳອິດກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ໃນຂອບເຂດຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງ, ຊື່ງແມ່ນຮູບແບບຄູ່ຮ່ວມມືລະຫວ່າງ ອາເມລິກາ, ຫວຽດນາມ, ໄທ, ກຳປູເຈຍ, ລາວ ແລະ ມຽນມາ ເພື່ອຮັບມືກັບສິ່ງທ້າທາຍກ່ຽວກັບນະໂຍບາຍ ແລະ ການພັດທະນາ. ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດຍົກອອກບັນດາສິ່ງທ້າທາຍໃນການຄ້ຳປະກັນສະບຽງອາຫານ ແລະ ແຫລ່ງນ້ຳ, ພິເສດແມ່ນຄວາມຕ້ອງການກ່ຽວກັບເຕັກໂນໂລຊີແກ້ໄຂ ແລະ ສະຫນອງແຫລ່ງນ້ຳໃນສະພາບການຜະລິດກະສິກຳສວມບົດບາດສຳຄັນໃນພື້ນຖານເສດຖະກິດຂອງບັນດາປະເທດໃນພາກພື້ນ. ຕາມບັນດານັກວິທະຍາສາດແລ້ວ, ພ້ອມກັບວິວັດການດັດປັບການວາງແຜນກຳນົດ ແລະ ນະໂຍບາຍ, ເລື່ອງຮີບດ່ວນປະຈຸບັນ ແມ່ນຊອກຫາ ແລະ ໝູນໃຊ້ບັນດາເຕັກໂນໂລຊີຮັກສາແຫລ່ງນ້ຳໃຫ້ເໝາະສົມກັບເງື່ອນໄຂພັດທະນາຂອງພາກພື້ນ. ທ່ານ ເຈີນງອກກາ, ຫົວຫນ້າຫ້ອງການວິທະຍາສາດ ເຕັກໂນໂລຊີ, ສະຖານທູດຫວຽດນາມ ປະຈຳ ອາເມລິກາ ໃຫ້ຮູ້ວ່າ:
TAG
vovworld/ສະບຽງອາຫານ
Related
More






