VOV WorldVOV World
ສົ່ງສາກ​ສົບ ແລະ ເທົ່າ​​ກະ​ດູກທີ່​ຍັງ​ເຫຼືອ 23 ຄົນຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຄົນ​ຫວຽດ​ເສຍຊີ​ວິດ​ຢູ່​ອັງ​ກິດ​ ​ກັບ​ມາຮອດ​ປະ​ເທດ
30/11/2019 07:52
(VOVWORLD) -ຕອນເຊົ້າວັນທີ 30 ພະຈິກ, ສາກສົບ ແລະ ເທົາກະດູກຂອງຜູ້ປະສົບເຄາະຮ້າຍຄົນຫວຽດ ເສຍຊີວິດຢູ່ເມືອງ Essex ທາງທິດຕາເວັນຕົກສ່ຽງເໜືອນະຄອນຫຼວງ London ປະເທດອັງກິດ ທີ່ຍັງເຫຼືອ 23 ຄົນນັ້ນໄດ້ສົ່ງກັບມາຮອດສະໜາມບິນ ໂນ້ຍບ່າຍ, ຮ່າໂນ້ຍ.
ສົ່ງສາກ​ສົບ ແລະ ເທົ່າ​​ກະ​ດູກທີ່​ຍັງ​ເຫຼືອ 23 ຄົນຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຄົນ​ຫວຽດ​ເສຍຊີ​ວິດ​ຢູ່​ອັງ​ກິດ​ ​ກັບ​ມາຮອດ​ປະ​ເທດ
 (ພາບ: https://thanhnien.vn/ )       ເປັນອັນວ່າ, ໃນວັນທີ 27 ແລະ 30 ພະຈິກ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ແລະ ທ້ອງຖິ່ນຫວຽດນາມ ແລະ ອັງກິດ ເພື່ອສົ່ງສາກສົບ ແລະ ເທົ່າກະດູກຂອງຜູ້ປະສົບເຄາະຮ້າຍ 39 ຄົນກັບມາປະເທດສຳເລັດ ແລະ ມອບສົ່ງໃຫ້ຄອບຄົວ.   ນີ້ແມ່ນໝາກຜົນຈາກການຊີ້ນຳຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີ, ຄວາມມານະພະຍາຍາມຂອງກະຊວງການຕ່າງປະເທດຫວຽດນາມ, ສະຖານທູດຫວຽດນາມ ປະຈຳອັງກິດ ພ້ອມດ້ວຍບັນດາອົງການມີໜ້າທີ່ຮັບຜິດຊອບ ແລະ ທ້ອງຖິ່ນພາຍໃນປະເທດ ໃນການສົມທົບກັນເປັນເຈົ້າການ ແລະ ແໜ້ນແຟ້ນກັບຝ່າຍອັງກິດ, ແນະນຳລະບຽບການທີ່ຈຳເປັນຕ່າງໆໃຫ້ແກ່ບັນດາຄອບຄົວທີ່ມີຜູ້ປະສົບເຄາະຮ້າຍ, ເພື່ອນຳເອົາສາກສົບ ແລະ ເທົ່າກະດູກຂອງບັນດາຜູ້ປະສົບເຄາະຮ້າຍກັບມາປະເທດຢ່າງຮີບດ່ວນ.  ບໍລິສັດໃຫ່ຍການບິນຫວຽດນາມ ກໍ່ໄດ້ໜູນຊ່ວຍຢ່າງຕັ້ງໜ້າ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງ ສາກສົບ ແລະ ເທົ່າກະດູກຂອງບັນດາຜູ້ປະສົບເຄາະຮ້າຍ.     ວິວັດການຢັ້ງຢືນຊື່ ແລະ ນາມສະກຸນ, ປົກປ້ອງພົນລະເມືອງ ແລະ ສົ່ງ ສາກສົບ ແລະ ເທົ່າກະດູກຂອງບັນດາຜູ້ປະສົບເຄາະຮ້າຍກັບມາປະເທດນັ້ນລ້ວນແຕ່ໄດ້ດຳເນີນໄປບົນຈິດໃຈມະນຸດສະທຳ, ສອດຄ່ອງກັບກົດໝາຍສາກົນ, ການກຳນົດຂອງກົດໝາຍ ແລະ ຮີດຄອງປະເພນີຂອງຫວຽດນາມ ແລະ ອັງກິດ.    
TAG
VOV/VOVworld/ສົ່ງສາກ​ສົບ/ເທົ່າ​​ກະ​ດູກ/23 ຄົນ/​ຜູ້​ປະ​ສົບ​ເຄາະ​ຮ້າຍ​/​​ອັງ​ກິດ​

More