ຊຸກຍູ້ການພົວພັນຖານບ້ານໄກ້ເຮືອນຄຽງມິດຕະພາບລະຫວ່າງ ຫວຽດນາມ-ຈີນ
17/02/2012 08:24
ທ່ານໂຕຮູຍເຣືອ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຈີນ ແຕ່ວັນທີ 14-20/2.

ທ່ານຫຼີຈາງຊວນ ເຮັດວຽກກັບທ່ານໂຕຮູຍເຣືອ (ພາບ:anhbasam.wordpress.com) ( vovworld ) – ຕາມນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳຈີນ ແລ້ວ, ໂດຍໄດ້ຮັບຄຳເຊື້ອເຊີນຈາກສູນກາງພັກກອມມູນິດຈີນ, ທ່ານໂຕຮູຍເຣືອ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຈີນ ແຕ່ວັນທີ 14-20/2/2012. ໃນຕອນບ່າຍຂອງວັນທີ 16/2, ຢູ່ນະຄອນຫຼວງປັກກີງ, ທ່ານຫຼີຈາງຊວນ, ກຳມະການປະຈຳກົມການເມືອງສູນກາງພັກກອມມີນິດຈີນ ໄດ້ພົບປະເຈລະຈາກັບທ່ານໂຕຮູຍຣືອ ແລະ ຄະນະຜູ້ແທນສູນກາງພັກກອມມີນິດຫວຽດນາມ. ທີ່ການພົບປະ, ທ່ານຫຼີຈາງຊວນ ຢືນຢັນວ່າ ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງປະເທດຈີນ ແລະ ຫວຽດນາມ ມີຄວາມໝາຍສຳຄັນທີ່ສຸດຕໍ່ກັບສຳລັບພາລະກິດສ້າງສາປະເທດຊາດຂອງແຕ່ລະປະເທດ, ກໍຄືສຳລັບສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາໃນພາກພື້ນ ແລະ ໃນໂລກ; ພ້ອມທັງເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນຈີນ ຍາມໃດກໍຖືການພັດທະນະການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ-ຈີນ ເປັນສຳຄັນ. ຝ່າຍຈີນ ຈະພ້ອມກັບຝ່າຍຫວຽດນາມຊາບຊືມປະຕິບັດຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງສອງພັກ, ສອງລັດຢ່າງເຂັ້ມງວດ, ຊຸກຍຸ້ການພົວພັນມິດຕະພາບ ແລະ ການຮ່ວມມືຢ່່າງຮອບດ້ານລະຫວ່າງສອງພັກ, ສອງລັດຢ່າງບໍຢຸດຢັ້ງ ແລະ ກ້າວເຂົ້າສູ່ລວງເລິກ, ນຳມາເຊີ່ງຜົນງານອັນແທດຈິງໃຫ້ປະຊາຊົນສອງປະເທດ. ສ່ວນທ່ານ ໂຕຮູຍເຣືອ ໄດ້ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມປາດຖະໜາຢາກພ້ອມກັບຝ່າຍຈີນ ປະຕິບັດຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງພັກ, ສອງລັດໃນການຢ້ຽມຢາມຈີນ ຂອງທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງ ຫວ່າງແລ້ວນີ້, ຊຸກຍູ້ການພົວພັນແລກປ່ຽນໃນທຸກຂົງເຂດ, ຮ່ວມມືໃນທຸກຂົງເຂດລະຫວ່າງບັນດາກະຊວງ ຂະແໜງການຂອງສອງປະເທດ,
TAG
ຫວຽດນາມ-ຈີນ
Related
More





