ຊຸກຍູ້ການຮ່ວມມືໃນທຸກດ້ານກັບຄູ່ຮ່ວມມືໃຫ່ຍທີ່ສຸດຂອງຫວຽດນາມຢູ່ ອາຟຼິກກາ
31/10/2019 08:36
(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ປະເທດ ສາທາລະນະລັດສະຫະພັນ ນີເຊເລຍແຕ່ວັນທີ 29 ເຖິງ 31 ຕຸລາ, ວັນທີ 30 ຕຸລາ, ທ່ານເວືອງດິ່ງເຫ້ວຮອງນາຍົກລັດຖະມົນຕີຫວຽດນາມໄດ້ພົບປະເຈລະຈາກັບທ່ານ Yeni Osinbajo ຮອງປະທານາທິບໍດີສາທາລະນະລັດສະຫະພັນ ນີເຊເລຍ;ເຮັດວຽກກັບທ່ານຮອງປະທານສະພາຕ່ຳນີເຊເລຍ; ຢ້ຽມຢາມສຳນັກງານປະຊາຄົມເສດຖະກິດບັນດາປະເທດອາຟຼິກກາຕາເວັນຕົກ (ECOWAS) ແລະພົບປະກັບທ່ານ Jean-Claude Kassi Brou ປະທານຄະນະກຳມະການ ECOWAS.

ໃນບັນດາການພົບປະແລະເຮັດວຽກຄັ້ງຕ່າງໆ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ້ງເຫ້ວ ໄດ້ແຈ້ງໃຫ້ບັນດາການນຳ ນີເຊເລຍຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ຢັ້ງຢືນເຖິງການເອົາໃຈໃສ່ຂອງລັດຖະບານໃນການຊຸກຍູ້ສາຍພົວພັນຮ່ວມມືກັບນີເຊເລຍເວົ້າສະເພາະແລະກັບອາຟຼິກກາເວົ້າລວມ.
TAG
VOV/VOVworld/ເນຊີຣີ/ອາຟຼິກກາ/ເກີບໜັງ
Related
More






