ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ ຫວຽດນາມ - ສເກົາຫລີ
13/11/2012 12:13
ຕອນບ່າຍວັນທີ 13/11, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ Truong Tan Sang ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ສເກົາຫລີ - ຫວຽດນາມ

ທ່ານປະທານປະເທດ ຫວຽດນາມ Truong Tan Sang ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ສເກົາຫລີ - ຫວຽດນາມ (vovworld) - ຕອນບ່າຍວັນທີ 13/11, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ Truong Tan Sang ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ສເກົາຫລີ - ຫວຽດນາມ ໂດຍທ່ານ Choi Young Joo ປະທານສະມາຄົມນຳຫນ້າ ພວມຢ້ຽມຢາມ ຫວຽດນາມ. ທ່ານປະທານປະເທດ ຫວຽດນາມ Truong Tan Sang ໄດ້ຕີລາຄາສູງຄວາມໝາຍການຢ້ຽມຢາມຂອງຄະນະແມ່ນກົງກັບໂອກາດສອງປະເທດພວມຈັດຕັ້ງການເຄື່ອນໄຫວລະນຶກ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ. ທ່ານປະທານປະເທດ Truong Tan Sang ເນັ້ນຫນັກວ່າ: ສເກົາຫລີ ແມ່ນນັກລົງທຶນຊັ້ນນຳຂອງ ຫວຽດນາມ ແລະ ສອງປະເທດພວມເຈລະຈາເພື່ອປະຕິບັດສັນຍາການຄ້າເສລີ FTA ໂດຍໄວ. ທ່ານປະທານປະເທດ Truong Tan Sang ຢືນຢັນວ່າ: ບັນດາຜົນງານອັນໃຫຍ່ຫລວງ ກ່ຽວກັບການທູດ, ເສດຖະກິດ ສັງຄົມ ຂອງຫວຽດນາມ ໄດ້ມີການປະກອບສ່ວນບໍ່ຫນ້ອຍຂອງສະມາຄົມມິດຕະພາບ ສເກົາຫລີ - ຫວຽດນາມ ໃນໄລຍະຜ່ານມາ. ທ່ານປະທານປະເທດ ຫວຽດນາມ ສະເຫນີ ສະມາຄົມມິດຕະພາບ ສເກົາຫລີ - ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດໃນການເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດ. ທ່ານ Choi Young Joo ປະທານສະມາຄົມມິດຕະພາບ ສເກົາຫລີ - ຫວຽດນາມ ໃຫ້ຮູ້ວ່າ:ຈະເຮັດຈົນສຸດຄວາມສາມາດຂອງຕົນໃນກິດຈະການໂຄສະນາພາບພົດ ແລະ ຊາວຫວຽດນາມ, ຈະເປັນຂົວເຊື່ອມຕໍ່ຊ່ວຍບັນດາວິສາຫະກິດ ສເກົາຫລີ ລົງທຶນເຂົ້າຫວຽດນາມ ຫລາຍກວ່າ ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຢ່າງແທດຈິງ ແລະ ມີປະສິດທິຜົນ.
TAG
ສະມາຄົມ
Related
More




