VOV WorldVOV World
ສືບຕໍ່ສ້າງກົນໄກນະໂຍບາຍໃຫ້ສົມບູນແບບເພື່ອຄົ້ນພົບຜູ້ມີຄວາມເກັ່ງກ້າສາມາດ
26/12/2022 09:00
(VOVWORLD) - ຕອນບ່າຍວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະ, ຍ້ອງຍໍນັກຮຽນດີເດັ່ນ 33 ຄົນ ທີ່ຍາດໄດ້ລາງວັນ Olympic ແລະ ລາງວັນວິທະຍາສາດເຕັກນິກ ສາກົນປີ 2022.
ສືບຕໍ່ສ້າງກົນໄກນະໂຍບາຍໃຫ້ສົມບູນແບບເພື່ອຄົ້ນພົບຜູ້ມີຄວາມເກັ່ງກ້າສາມາດ
ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບນັກຮຽນດີເດັ່ນ. (ພາບ:TTXVN) ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເຫນີໃຫ້ລັດຖະບານ, ບັນດາກະຊວງຂະແຫນງການ, ທ້ອງຖິ່ນຕ່າງໆ ສືບຕໍ່ສ້າງກົນໄກນະໂຍບາຍໃຫ້ສົມບູນແບບ ເພື່ອຄົ້ນພົບ, ບຳລຸງສ້າງ ແລະຖືເປັນສຳຄັນ, ເອົາໃຈໃສ່ເຖິງຜູ້ມີຄວາມເກັ່ງກ້າສາມາດ. ທ່ານປະທານປະເທດ ປາດຖະຫນາຢາກໃຫ້ພວກນ້ອງນັກຮຽນ ພິເສດແມ່ນພວກນ້ອງຍາດໄດ້ຜົນງານສູງ, ສືບຕໍ່ພະຍາຍາມຮ່ຳຮຽນ, ຝືກຝົນຫລໍ່ຫລອມຄຸນສົມບັດຈັນຍາບັນດີ, ທັກສະທີ່ຈຳເປັນເພື່ອກາຍເປັນພົນລະເມືອງດີເດັ່ນ, ມີຄວາມຮັບຜິດຊອບ, ປະກອບສ່ວນສ້າງສາປະເທດຊາດ. ປີ 2022, ກະຊວງສຶກສາ ແລະບຳລຸງສ້າງ ໄດ້ສົ່ງ 7 ຄະນະນັກຮຽນເກັ່ງຂອງຫວຽດນາມ ເຂົ້າຮ່ວມ Olympic ສາກົນ. ໝາກຜົນບັນລຸໄດ້ແມ່ນ100% ນັກຮຽນ ຫວຽດນາມເຂົ້າຮ່ວມນັ້ນລ້ວນແຕ່ຍາດໄດ້ລາງວັນ, ຊື່ງລວມມີ: ຫລຽນຄຳ 13 ຫລຽນ, ຫລຽນເງິນ 12 ຫລຽນ, ຫລຽນທອງ 8 ຫລຽນ ແລະ 5 ໃບຍ້ອງຍໍ (ລາງວັນຊົມເຊີຍ).
TAG
VOV/VOVworld/ຍາດ​ໄດ້​ຜົນ​ງານ​ສູງ/ຄຸນ​ສົມ​ບັດ​ຈັນ​ຍາ​ບັນ​ດີ/ລາງວັນ Olympic

More