VOV WorldVOV World
ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ເລື່ອນ​ເວ​ລາ​ໄປ​ຢ້ຽມ​ຢາມ ຈີນ​ໄປ​ຍັງ​ເດືອນ​ພຶດ​ສະ​ພາ​ຍ້ອນ​ບັນ​ຫາ​ອີ​ຣານ
26/03/2026 07:39
(VOVWORLD) - ທ່ານ Donald Trump ໃຫ້ຮູ້ວ່າບັນດາຜູ້ຕາງໜ້າຂອງສອງຝ່າຍພວມປະຕິບັດສຳເລັດວຽກງານກະກຽມໃຫ້ແກ່ ບັນດາການຢ້ຽມຢາມທີ່ມີລັກສະນະປະຫວັດສາດ ແລະ ສະແດງຄວາມເຊື່ອໝັ້ນວ່າ ນີ້ຈະແມ່ນເຫດການ ທີ່ມີຄວາມສຳຄັນທີ່ສຸດ.
ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ເລື່ອນ​ເວ​ລາ​ໄປ​ຢ້ຽມ​ຢາມ ຈີນ​ໄປ​ຍັງ​ເດືອນ​ພຶດ​ສະ​ພາ​ຍ້ອນ​ບັນ​ຫາ​ອີ​ຣານ
ວັນທີ 25 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານຈະໄປຢ້ຽມຢາມຈີນທາງລັດຖະກິດ ໃນລະຫວ່າງວັນທີ 14 – 15 ພຶດສະພາເພື່ອພົບປະສົນທະນາ ກັບທ່ານ ສີຈິ້ນຜິງ ປະທານປະເທດຈີນ, ພາຍຫຼັງການຢ້ຽມຢາມຄາດຄະເນກ່ອນນັ້ນຕ້ອງຖືກໂຈະຊົ່ວຄາວຍ້ອນການສູ້ຮົບທີ່ພວມດຳເນີນກັບ ອີຣານ. ພ້ອມກັນນັ້ນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ກໍ່ໃຫ້ຮູ້ວ່າທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ຈະໄປຢ້ຽມຢາມວໍຊິງຕັນໃນທ້າຍປີນີ້. ໃນສື່ສັງຄົມອອນໄລ Truth Social, ທ່ານ Donald Trump ໃຫ້ຮູ້ວ່າບັນດາຜູ້ຕາງໜ້າຂອງສອງຝ່າຍພວມປະຕິບັດສຳເລັດວຽກງານກະກຽມໃຫ້ແກ່ ບັນດາການຢ້ຽມຢາມທີ່ມີລັກສະນະປະຫວັດສາດ ແລະ ສະແດງຄວາມເຊື່ອໝັ້ນວ່າ ນີ້ຈະແມ່ນເຫດການ ທີ່ມີຄວາມສຳຄັນທີ່ສຸດ. ທ່ານນາງ Karoline Leavitt ເລຂານຸການດ້ານສື່ມວນຊົນທຳນຽບຂາວ ໃຫ້ຮູ້ວ່າ ທ່ານ ສີຈິ້ນຜິງ ເຂົ້າໃຈເຫດຜົນທີ່ຕ້ອງປັບປຸງແຜນການ ແລະ ກຳນົດເວລາປະຕິບັດການຢ້ຽມຢາມໄປໃນກາງເດືອນພຶດສະພາ ໂດຍໄດ້ຖືວ່າແມ່ນສັນຍານສະແດງໃຫ້ເຫັນວໍຊິງຕັນຍັງຮັກສາການໂອ້ລົມສົນທະນາລະດັບສູງ ກັບ ປັກກິ່ງ ໂດຍບໍ່ຫົວຊາຕໍ່ບັນດາສຳເນົາເອກະສານທີ່ເຄັ່ງຕຶງ ແລະ ສະພາບການພູມີສາດທາງການເມືອງທີ່ສັບສົນໃນປັດຈຸບັນ.
TAG
VOV/VOVworld/ຈີນ/ອາ​ເມ​ລິ​ກາ/ການ​ພົວ​ພັນ

More