ທ່ານ Donal Trump ປະທານາທິບໍດີອາເມລິກາສະແດງຄວາມຂອບໃຈຫວຽດນາມ ລົງ Twitter ໃນວັນທີ 9 ເມສາ |
ນີ້ແມ່ນງວດສິນຄ້າທີໜຶ່ງໃນສອງງວດທຳອິດດ້ວຍເຄື່ອງນຸ່ງປ້ອງກັນDupontກ່ວາ 450.000 ຊຸດທີ່ໄດ້ຜະລິດຢູ່ຫວຽດນາມ. ງວດສິນຄ້ານີ້ຈະເພີ່ມເຕີມໃຫ້ແກ່ຄັງສະສົມຍຸດທະສາດແຫ່ງຊາດຂອງອາເມລິກາແນໃສ່ຕອບສະໜອງຄວາມຕ້ອງການຢ່າງຮີບດ່ວນກ່ຽວກັບອຸປະກອນປ້ອງກັນໃຫ້ບັນດາຜູ້ຢູ່ແນວໜ້າຮັບມືກັບໂລກລະບາດ Covid-19 ຢູ່ອາເມລິກາ.
ລັດຖະບານອາເມລິກາແລະຫວຽດນາມໄດ້ມີການຮ່ວມມືຢ່າງຕັ້ງໜ້າໃນບັ້ນຮົບສະກັດກັ້ນໂລກລະບາດ Covid-19. ນັບແຕ່ເມື່ອເກີດວິກິດການນີ້, ສູນກວດກາແລະສະກັດກັ້ນໂລກລະບາດອາເມລິກາ (CDC) ແລະອົງການພັດທະນາສາກົນອາເມລິກາ (USAID) ໄດ້ສົມທົບກັບເຈົ້າໜ້າທີ່ຫວຽດນາມເພື່ອເຝົ້າລະວັງແລະຮັບມືກັບສະພາບການຜັນແປຂອງໂລກລະບາດCovid-19.






