ທ່ານເລເລືອງມີນ ຮັບດຳລົງ ຕຳແຫນ່ງເລຂາທິການໃຫຍ່ ອາຊຽນ
09/01/2013 07:13
ວັນທີ 9/1, ຢູ່ ສຳນັກງານຄະນະເລຂາ ອາຊຽນ ຢູ່ ອິນໂດເນເຊຍ ໄດ້ດຳເນີນພິທີມອບໂອນຕຳແຫນ່ງເລຂາທິການໃຫຍ່ ອາຊຽນ ລະຫວ່າງ ທ່ານ ສຸຣີນ ພິດສຸວັນ ອະດີດເລຂາທິການໃຫຍ່ ອາຊຽນ ແລະ ທ່ານ ເລເລືອງມີນ

ທ່ານ ເລເລືອງມີນ ກ່າວຄຳປາໄສຮັບດຳລົງຕຳແຫນ່ງເປັນເລຂາທິການໃຫຍ່ ອາຊຽນ ພາບ:dantri.com (vovworld) - ວັນທີ 9/1, ຢູ່ ສຳນັກງານຄະນະເລຂາ ອາຊຽນ ຢູ່ ອິນໂດເນເຊຍ ໄດ້ດຳເນີນພິທີມອບໂອນຕຳແຫນ່ງເລຂາທິການໃຫຍ່ ອາຊຽນ ລະຫວ່າງ ທ່ານ ສຸຣີນ ພິດສຸວັນ ອະດີດເລຂາທິການໃຫຍ່ ອາຊຽນ ແລະ ທ່ານ ເລເລືອງມີນ ຊາວ ຫວຽດນາມເປັນເລຂາທິການໃຫຍ່ ອາຊຽນ ຄົນໃຫມ່. ເຂົ້າຮ່ວມພິທີຮັບດຳລົງຕຳແຫນ່ງ ມີທ່ານ Marty Natalegawa ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ, ພ້ອມກັບແຂກຖືກເຊີນກວ່າ 200 ທ່ານ ຊຶ່ງແມ່ນບັນດາເອກອັກຄະລັດຖະທູດ, ບັນດາຜູ້ຕາງຫນ້າທູຕານຸທູດ, ອົງການຂ່າວສານ, ສື່ມວນຊົນສາກົນ. ທີ່ພິທີມອບໂອນຫນ້າທີ່, ທ່ານ ເລເລືອງມີນ ມີບົດປາໄສຮັບດຳລົງຕຳແຫນ່ງ ໂດຍເນັ້ນຫນັກເຖິງບັນດາຈຸດສຸມກໍຄືຫນ້າທີ່ຕົ້ນຕໍຂອງເລຂາທິການໃຫຍ່ ອາຊຽນ ໃນອາຍຸການໃຫມ່ 2013 - 2017.
TAG
ເລຂາທິການໃຫຍ່ ອາຊຽນ
Related
More




