ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ມີການເຮັດວຽກກັບ ຄະນະໂຄສະນາສຶກສາສູນກາງ
07/02/2012 10:30
ກອນອື່ນໝົດແມ່ນກໍ່ສ້າງຖັນແຖວບັນດາຜູ້ທີ່ເຣັດວຽກງານແນວຄວາມຄິດ, ວັດທະນະທຳ, ສິນລະປະ, ໜັງສືພິມ, ວິທະຍຸ, ໂທລະພາບ …

( http://baodientu.chinhphu.vn ) ( vovworld) ໃນການເຮັດວຽກກັບການນຳຄະນະໂຄສະນາສຶກສາສູນກາງໃນຕອນເຊົ້າວັນທີ 7 ກຸມພາ, ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ໄດ້ເນັ້ນໜັກວ່າ, ໃນໄລຍະປະຈຸບັນ ຄະນະໂຄສະນາສຶກສາສູນກາງຄວນສືບຕໍ່ໃກ້ຊິດຕິດແທດກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່ດ້ານການເມືອງ, ກຳໄດ້ແນວຄິດຂອງໝູ່ມະຫາຊົນ, ຜັນຂະຫຍາຍຢ່າງຄົບຊຸດ, ຕາມແຜນການ, ມີຄຸນນະພາບ, ປະສິດທິຜົນສູງກວ່າດ້ວຍຫຼາຍຮູບແບບ, ວິທີການໃໝ່ທີ່ເໝາະສົມກວ່າ. ວຽກງານດ້ານແນວຄິດ, ໂຄສະນາສຶກສາຕ້ອງປ່ຽນໃໝ່ເປັນປະຈຳ, ເອົາໃຈໃສ່ເປັນພິເສດເຖິງຂົງເຂດສຶກສາທິດສະດີດ້ານການເມືອງກວ່າອີກ.
TAG
ຫງວຽນຟຸ໋ຈ້ອງ
Related
More





