ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບປະທານຄະນະກຳມະການປົກປ້ອງປະຕິວັດ ກູບາ
18/02/2012 09:40
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Caclot Raphaen Miranda Mactinet ປະທານຄະນະກຳມະການປົກປ້ອງປະຕິວັດ ກູບາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບທ່ານ Caclot Raphaen ປະທານຄະນະກຳມະການປົກປ້ອງປະຕິວັດ ກູບາ(ພາບ:vtvcantho.vn) (vovworld) - ຕອນບ່າຍວັນທີ 17/2, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Caclot Raphaen Miranda Mactinet ປະທານຄະນະກຳມະການປົກປ້ອງປະຕິວັດ ກູບາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານ Caclot Raphaen Miranda ສະແດງຄວາມຂອບອົກຂອບໃຈບັນດາອາລົມຈິດ, ການສະຫນັບສະຫນູນ, ການຊ່ວຍເຫລືອອັນລ້ຳຄ່າ ຊຶ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຍາມໃດກໍສະຫງວນໃຫ້ແກ່ປະຊາຊົນ ກູບາ, ສະແດງຄວາມເຄົາລົບນັບຖື ແລະ ອວຍພອນບັນດາຜົນງານອັນໃຫຍ່ຫລວງ ຊຶ່ງພັກ ແລະ ປະຊາຊົນຫວຽດນາມ ຍາດມາໄດ້ໃນພາລະກິດປ່ຽນແປງໃຫມ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງບົດບາດຂອງຄະນະກຳມະການ
TAG
ຫງວຽນຟູຈ້ອງ
Related
More





