ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມພິທີໄຂງານຕະຫຼາດນັດການທ່ອງທ່ຽວສາກົນ ເກີນເທີ 2019
29/11/2019 10:36
(VOVWORLD) -ຕອນເຊົ້າວັນທີ 29 ພະຈິກ, ຢູ່ສູນສົ່ງເສີມການລົງທຶນ, ການຄ້າ ແລະ ງານຕະຫຼາດນັດ ວາງສະແດງ ເກີນເທີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ເຂົ້າຮ່ວມພິທີໄຂງານຕະຫຼາດນັດການທ່ອງທຽວສາກົນ ເກີນເທີ 2019.

(ພາບ: https://www.tienphong.vn/ ) ຫານການດັ່ງກ່າວ ໂດຍສະຫະສະມາຄົມທ່ອງທ່ຽວຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ເກີນເທີ ແລະ ສະຫະສະມາຄົມທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ສົມທົບກັນຈັດຕັ້ງຂຶ້ນ ຊື່ງມີຂອບຂະໜາດໃຫ່ຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ ຂອງເຂດທົ່ງພຽງແມ່ນ້ຳຂອງ. ດ້ວຍຫົວຂໍ້ “ການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງກັບທົ່ວປະເທດ”, ງານຕະຫຼາດນັດໄດ້ດຶງດູດການເຂົ້າຮ່ວມຂອງ 350 ວິສາຫະກິດທ່ອງທ່ຽວ, ອົງການສົ່ງເສີມການທ່ອງທ່ຽວທີ່ມາຈາກ 6 ປະເທດ: ສ.ເກົາຫຼີ, ອິນເດຍ, ກູບາ, ຍີ່ປຸ່ນ, ໄທ, ມາເລເຊຍ ແລະ 25 ແຂວງ ນະຄອນໃນທົ່ວປະເທດ ດ້ວຍຮ້ານວາງສະແດງ 320 ຮ້ານ ຊື່ງໄດ້ແນະນຳບັນດາຜະລິດຕະພັນທ່ອງທ່ຽວ, ບັນດາສະຖານທີ່ທ່ອງທ່ຽວ. ນີ້ກໍ່ແມ່ນໂອກາດເພື່ອບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດພົບປະແລກປ່ຽນ, ເຊັນການຮ່ວມມືຊື່ງກັນ ແລະ ກັນ.
TAG
VOV/VOVworld/ຫງວຽນທິກິມເງິນ/ງານຕະຫຼາດນັດການທ່ອງທ່ຽວສາກົນ ເກີນເທີ
Related
More





