VOV WorldVOV World
ທ່ານນາຍົກລັດຖະມົນຕີ ເຢຍລະມັນ ກ່າວເຕື່ອນບໍ່ປະລະການເຈລະຈາກັບ ລັດເຊຍ
18/12/2022 11:07
(VOVWORLD) -ທ່ານນາຍົກລັດຖະມົນຕີ Olaf Scholz ຊີ້ແຈ້ງວ່າ “ສິ່ງສຳຄັນທີ່ສຸດແມ່ນ ພວກເຮົາບໍ່ປະໃຫ້ການພົບປະເຈລະຈາກັບ ລັດເຊຍ ຖືກຕັດຕອນ, ໂດຍບໍ່ຫົວຊາຕໍ່ບັນດາຄວາມແຕກຕົນດ້ານຫຼັກໝັ້ນທີ່ໃຫຍ່ຫຼວງ.
ທ່ານນາຍົກລັດຖະມົນຕີ ເຢຍລະມັນ ກ່າວເຕື່ອນບໍ່ປະລະການເຈລະຈາກັບ ລັດເຊຍ
ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ກ່າວເຕື່ອນວິວັດທະນາການພົບປະເຈລະຈາ ເພື່ອຢຸດຕິການປະທະກັນຢູ່ ຢູແກຼນ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າ ຖ້າຫາກວ່າ ຝ່າຍຕາເວັນຕົກ ບໍ່ຮັກສາການພົບປະເຈລະຈາກັບ ລັດເຊຍ. ເມື່ອຕອບສຳພາດໜັງສືພິມ SZ ຂອງ ເຢຍລະມັນ ໃນວັນທີ 16 ທັນວາ, ທ່ານນາຍົກລັດຖະມົນຕີ Olaf Scholz ຊີ້ແຈ້ງວ່າ “ສິ່ງສຳຄັນທີ່ສຸດແມ່ນ ພວກເຮົາບໍ່ປະໃຫ້ການພົບປະເຈລະຈາກັບ ລັດເຊຍ ຖືກຕັດຕອນ, ໂດຍບໍ່ຫົວຊາຕໍ່ບັນດາຄວາມແຕກຕົນດ້ານຫຼັກໝັ້ນທີ່ໃຫຍ່ຫຼວງ. ຖ້າຫາກວ່າ ພວກເຮົາບໍ່ດຳເນີນການພົບປະເຈລະຈາ, ຄວາມສາມາດຢຸດຕິການສູ້ຮົບຂອງ ມົດສະກູ ຈະໜ້ອຍກວ່າ”. ວັນທີ 02 ທັນວາ, ທ່ານນາຍົກລັດຖະມົນຕີ Olaf Scholz ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ປຶກສາຫາລືມາດຕະການຢຸດຕິການປະທະກັນຢູ່ ຢູແກຼນ.
TAG
VOV/VOVworld/​ພົບ​ປະ​ເຈ​ລະ​ຈາ/ລັດ​ເຊຍ/ຄວາມ​ແຕກ​ຕົນ

More