VOV WorldVOV World
ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ
14/11/2012 09:42
ຕອນ​ເຊົ້າ​ວັນ​ທີ 14/11, ສືບ​ຕໍ່​​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ
ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ພາບ:tienphong.vn (vovworld) - ຕອນ​ເຊົ້າ​ວັນ​ທີ 14/11, ສືບ​ຕໍ່​​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ. ​ເມື່ອ​ເວົ້າ​ເຖິງ​ການ​ຊີ້​ນຳ​ບໍລິຫານ​​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2013, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຢືນຢັນ​ວ່າ: ລັດຖະບານ​ຈະ​ຮີບ​ເຮັ່ງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຢ່າງ​ຂ້ຽວຂາດບັນດາ​ຫນ້າ​ທີ່ ​ແລະ ມາດ​ຕະການ​ທີ່​ໄດ້​ລະບຸ​ໄວ້​ໃນ​ມະ​ຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ​ປີ 2013. ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຊຶ່ງ​ແມ່ນ​ບັນຫາ​ທີ່ ສສຊ ຊັກ​ຖາມ​ຫລາຍ​ກວ່າ​ໝູ່, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຍົກ​ອອກ 4 ໝວດ​ມາດ​ຕະການ​ຕ້ອງ​ປະຕິບັດ​ຢ່າງ​ຄົບ​ຊຸດ, ​ເປັນ​ຈຸດ​ສຸມ​ໃນ​ແຕ່ລະ​ຂົງ​ເຂດ, ​ແຕ່ລະ​ຈຸດ​ເວລາ ​ເພື່ອ​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ສູງ​ສຸດ.        
TAG
​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ

More