ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມຄະນະກຳມາທິການຮ່ວມມືຫວຽດນາມ-ລາວ
03/10/2014 11:29
(vovworld)- ຕອນບ່າຍວັນທີ 3/10 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ ພາບ:internet (vovworld)- ຕອນບ່າຍວັນທີ 3/10 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ປະທານ ຄະນະກຳມາທິການຮ່ວມມື ຫວຽດນາມ - ລາວ ເປັນປະທານກອງປະຊຸມກ່ຽວກັບສະພາບການປະຕິບັດບັນດາຫນ້າທີ່ຮ່ວມມືລະຫວ່າງຄະນະກຳມາທິການ ຫວຽດນາມ ແລະ ລາວ ປີ 2014. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານຄະນະກຳມາທິການຮ່ວມມື ຫວຽດນາມ - ລາວ ເນັ້ນຫນັກວ່າ: ການພົວພັນລະຫວ່າງຫວຽດນາມ ແລະ ລາວ ແມ່ນການພົວພັນຍຸດທະສາດ, ພິເສດ ກ່ຽວກັບທຸກດ້ານການເມືອງ, ເສດຖະກິດ, ສັງຄົມ. ກອງປະຊຸມຄັ້ງນີ້ ແມ່ນຕີລາຄາ, ສຳຫລວດກວດຄືນໝາກຜົນແຫ່ງການຫັນໝາກຜົນຂອງກອງປະຊຸມຄັ້ງທີ 36 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ໃນບັນດາຂົງເຂດຮ່ວມມືໃຫ້ປະກົດຜົນເປັນຈິງ. ຈາກນັ້ນ ກະກຽມເນື້ອໃນ, ແຜນການລະອຽດທີ່ກອງປະຊຸມຄັ້ງທີ 37 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຈັດຂຶ້ນໃນໄລຍະຈະມາເຖິງ.
TAG
vovworld/ອະນຸກຳມະການ
Related
More





