ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ນະຄອນຫາຍຟ່ອງ
13/04/2015 10:05
(vovworld)- ເມື່ອເຮັດວຽກກັບການນຳ ເມືອງ ໂງກວ່ຽນ, ນະຄອນຫາຍຟ່ອງໃນຕອນເຊົ້າວັນທີ 13/4, ທ່ານເລຮົ່ງແອງ ສະເຫນີ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກກວດກາ ເຮັດວຽກກັບການນຳເມືອງ ໂງກວຽນ ພາບ:thanhnien.com (vovworld)- ຕອນບ່າຍວັນທີ 13/4, ສືບຕໍ່ການເຮັດວຽກຢູ່ນະຄອນຫາຍຟ່ອງ, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸຸກ ໄດ້ມີການເຮັດວຽກກັບການນຳ ຫລັກແຫລ່ງນະຄອນ ຫາຍຟ່ອງ ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ, ການປະຕິຮູບບໍລິຫານ, ການປ້ອງກັນ ແລະ ຕ້ານອາດຊະຍາກຳ, ການຄ້າເຖື່ອນ, ສໍ້ໂກງການຄ້າ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຄົມມະນາຄົມ. ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸຸກ ສະເຫນີ ນະຄອນຫາຍຟ່ອງ ຄວນສຸມໃສ່ຊີ້ແຈ້ງວ່າ: ຫາຍຟ່ອງ ຄວນຜັນຂະຫຍາຍແຜນຮ່າງຍູ້ແຮງການປະຕິຮູບລະບອບນະໂຍບາຍລັດຖະການ, ຈຸດສຸມແມ່ນກໍ່ສ້າງ ແລະ ຜັນຂະຫຍາຍແຜນຮ່າງກຳນົດຖານະຕຳແຫນ່ງ, ປັບປຸງຖັນແຖວລັດຖະການໃຫ້ເໝາະສົມກັບຫນ້າທີ່ວຽກງານ. ກ່ອນຫນ້ານັ້ນ, ເມື່ອເຮັດວຽກກັບການນຳ ເມືອງ ໂງກວ່ຽນ, ນະຄອນຫາຍຟ່ອງໃນຕອນເຊົ້າວັນທີ 13/4, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸຸກ ສະເຫນີວ່າ: ເມືອງໂງກວ່ຽນ ສືບຕໍ່ຍູ້ແຮງວຽກງານປະຕິຮູບລະບຽບການບໍລິຫານ ເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ, ປະກອບສ່ວນຊຸກຍູ້ການເຄື່ອນໄຫວການຜະລິດດຳເນີນທຸລະກິດ. ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫາຍຟ່ອງ, ທ່ານຮອງນາຍົກລັດຖະມົນຕີ ໄປກວດກາວຽກງານປ້ອງກັນຕ້ານການຄ້າເຖື່ອນຢູ່ ກົມພາສີ ສາຂາ ຫາຍຟ່ອງ ເຂດ 3 ແລະ ເຮັດວຽກກັບການນຳຫລັກແຫລ່ງຂອງກົມພາສີນະຄອນ ຫາຍຟ່ອງ.
TAG
vovworld/ທຸລະກິດ
Related
More






