ທ່ານປະທານປະເທດ ເຈືອງເຕີນຊາງເຮັດວຽກກັບ ການນຳແຂວງ ອານຢາງ
17/12/2011 13:37
ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງໝາກຜົນທີ່ແຂວງ ອານຢາງ ບັນລຸໄດ້ໃນການປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດ ສັງຄົມ, ພິເສດແມ່ນວຽກງານປະຕິຮູບຕຸລາການ, ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ

ຕອນເຊົ້າວັນທີ 17/12, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ, ຫົວຫນ້າ ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ມີການເຮັດວຽກກັບໝູ່ຄະນະພະນັກງານແຂວງ ອານຢາງ ກ່ຽວກັບວຽກງານພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຄວາມສະຫງົບ ປ້ອງກັນຊາດ. ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງໝາກຜົນທີ່ແຂວງ ອານຢາງ ບັນລຸໄດ້ໃນການປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດ ສັງຄົມ, ພິເສດແມ່ນວຽກງານປະຕິຮູບຕຸລາການ, ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ, ເປັນຕົ້ນຢູ່ເຂດຊົນເຜົ່າດຳລົງຊີວິດ. ທ່ານປະທານປະເທດ ກໍໃສ່ໃຈວ່າ ທາງແຂວງ ຄວນເອົາໃຈໃສ່ເຖິງວຽກງານວາງແຜນກຳນົດການພັດທະນາເສດຖະກິດ ສັງຄົມ, ສຸມໃສ່ພັດທະນາບັນດາຜະລິດຕະພັນອຸດສາຫະກຳມີຄຸນຄ່າດ້ານເສດຖະກິດສູງ ແລະ ບັນດາຜະລິດຕະພັນມີຕະຫລາດເປັນປົກກະຕິ. ພ້ອມກັບການລົງທຶນໃຫ້ແກ່ກະສິກຳ, ຊົນນະບົດ ແລະ ຊາວກະສິກອນ, ທາງແຂວງຄວນທະວີຄູນບັນດາຮູບແບບເສດຖະກິດຢ່າງມີປະສິດທິຜົນຕິດພັນກັບວຽກງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ.
Related






