ທ່ານປະທານປະເທດ ຫວຽດນາມ Truong Tan Sang ເຈລະຈາກັບ ປະທານາທິບໍດີ ອົດຕະລິດ
29/05/2012 11:16
ສອງຝ່າຍໄດ້ເອກະພາບກັນເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ ເພື່ອກຳນົດທິດ ແລະ ສ້າງທ່ວງທ່າໃຫ້ແກ່ການພົວພັນຮ່ວມມືສອງຝ່າຍສືບຕໍ່ພັດທະນາ
ປະທານາທິບໍດີ ອົດຕະລິດ Heinz Fischer ພາບ:internet (vovword)- ຕອນບ່າຍວັນທີ 29/5 ຢູ່ ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ Truong Tan Sang ໄດ້ເຈລະຈາກັບປະທານາທິບໍດີ ອົດຕະລິດ Heinz Fischer ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 29 -31/5. ນະທີ່ນີ້, ສອງຝ່າຍໄດ້ເອກະພາບກັນເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ ເພື່ອກຳນົດທິດ ແລະ ສ້າງທ່ວງທ່າໃຫ້ແກ່ການພົວພັນຮ່ວມມືສອງຝ່າຍສືບຕໍ່ພັດທະນາ, ຕັ້ງຫນ້າສົມທົບກັນຈັດຕັ້ງການເຄື່ອນໄຫວລະນຶກ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດຕະລິດ ດຳເນີນນັບແຕ່ນີ້ຮອດທ້າຍປີ 2012 ຢູ່ ຫວຽດນາມ ແລະ ອົດຕະລິດເປັນຢ່າງດີ. ກ່ຽວກັບດ້ານເສດຖະກິດ, ສອງຝ່າຍເນັ້ນຫນັກຄວນເພີ່ມທະວີການພົວພັນລົງທຶນລະຫວ່າງສອງປະເທດ. ໄປຄຽງຄູ່ກັນນັ້ນ ຄວນເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ພື້ນຖານໂຄງລ່າງ, ຄົມມະນາຄົມ, ພະລັງງານໃຫມ່, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ສຸມໃສ່ເຂົ້າໃນບັນດາຂົງເຂດຊຶ່ງອົດຕະລິດມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ພະລັງງານສະອາດ ແລະ ການຄຸ້ມຄອງນ້ຳ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນບັນດາເວທີປາໄສຫລາຍຝ່າຍ ແລະ ບັນດາອົງການສາກົນໃຫຍ່.
TAG
ອົດຕະລິດ
Related
More





