ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເດີນທາງໄປຮອດ ໂຣມ, ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ
11/04/2026 09:20
[VOVWORLD] - ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍກວດກາ ແລະ ກຳນົດທິດສ້າງຂອບນິຕິກຳໃຫ້ສົມບູນແບບ, ສ້າງພື້ນຖານທີ່ສະດວກໃຫ້ແກ່ການເປີດກວ້າງການຮ່ວມມື 2 ຝ່າຍ, ຍົກລະດັບການພົວພັນໃນໄລຍະຈະມາເຖິງ.

(ẢNH TICK BẢN QUYỀN) Đại sứ Việt Nam tại Italia Nguyễn Phương Anh và cán bộ, nhân viên Đại sứ quán đón Chủ tịch Quốc hội Trần Thanh Mẫn và Phu nhân tại sân bay Ciampino, Rome. Ảnh: Lê Tuyết/VOV (ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນ Ciampino) ຕອນເຊົ້າວັນທີ 11 ເມສາ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນ Ciampino, ນະຄອນຫຼວງ ໂຣມ, ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ, ແຕ່ວັນທີ 11 – 15 ເມສາ. ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ມີບັນດາການພົບປະຂັ້ນສູງ, ລວມມີ: ການພົບປະສົນທະນາກັບທ່ານ Sergio Mattarella, ປະທານາທິບໍດີ ອີຕາລີ; ໂອ້ລົມເຈລະຈາກັບການນຳສະພາຕ່ຳ, ສະພາສູງ ອີຕາລີ; ພົບປະ, ເຮັດວຽກກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ອີຕາລີ; ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອີຕາລີ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍກວດກາ ແລະ ກຳນົດທິດສ້າງຂອບນິຕິກຳໃຫ້ສົມບູນແບບ, ສ້າງພື້ນຖານທີ່ສະດວກໃຫ້ແກ່ການເປີດກວ້າງການຮ່ວມມື 2 ຝ່າຍ, ຍົກລະດັບການພົວພັນໃນໄລຍະຈະມາເຖິງ.
TAG
VOV/VOVWORLD/ໂອ້ລົມ/ສົນທະນາ/ວິສາຫະກິດ
Related





