VOV WorldVOV World
ເຂດວັດທະນະທຳ ຖືກກໍ່ສ້າງຈາກໂຮງພິມເກົ່າ
21/07/2021 08:00
(VOVWORLD) -ມີໂຮງພິມແຫ່ງໜຶ່ງຖືກປະລະ ໃນທາງຮ່ອມນ້ອຍໆ ຢູ່ຖະໜົນ ເຕິນເຊີນ ເມືອງ ດົ໊ງດາ ຮ່ານ້ຍ ໃນປັດຈຸບັນ ໄດ້ຮັບການປຸກສ້າງເປັນເຂດປະສົມ Complex 01 ທີ່ເປັນເອກະລັກ. ນີ້ແມ່ນເຂດທີ່ມີຫົວຄິດປະດິດສ້າງມີຫຼາຍໜ້າທີ່ ຖືກອອກແບບດ້ວຍຄຸນປະໂຫຍດລະຫຼິ້ນບັນເທີງ, ເຂດຂາຍເຄື່ອງ, ເຂດວັດທະນະທຳສິລະປະທີ່ຟົດຟື້ນທີ່ສະຫງວນໃຫ້ແກ່ປະຊາຊົນ ພິເສດແມ່ນດຶງດູດໄວໜຸ່ມ.
ເຂດວັດທະນະທຳ ຖືກກໍ່ສ້າງຈາກໂຮງພິມເກົ່າ
ເຂດປະສົມ Complex 01      ເຂດປະສົມ Complex 01 ໄດ້ຮັບການປຸກສ້າງບົນພື້ນທີ່ຂອງໂຮງພິມກຳມະບານເກົ່າ. ຢູ່ແຫ່ງນນີ້ເດັກນ້ອຍສາມາດລະຫຼິ້ນມ່ວນຊື່ນ ດ້ວຍການຫຼິ້ນພື້ນເມືອງ, ບາງຄົນກໍ່ສາມາດອ່ານປຶ້ມໃນຫໍສະໝຸດ, ວົງການນັກສິລະປິນກໍ່ສາມາດ ຈັດຕັ້ງງານວາງສະແດງ, ການໂອ້ລົມສົນທະນາ;  ນັກສືກສາກໍ່່ສາມາດຈັດຕັ້ງບັນດາເຫດການຕ່າງໆ. ເຂດປະສົມ Complex 01 ມີສະຖາປັດຕະຍາກຳປະສົມປະສານລະຫວ່າງແບບບູຮານ ແລະ ທັນສະໄໝ. ຢູ່ແຫ່ງນີ້ມີບໍລິເວນທີ່ກວ້າງໃຫຍ່ ໃກ້ຊິດຕິດແທດກັບທຳມະຊາດ, ນຳໃຊ້ແສງສະຫວ່າງທຳມະຊາດ. ນາງ ຫງວຽນຍືກວິ່ງ ສັງກັດຄະນະຄຸ້ມຄອງເຂດປະສົມ Complex 01 ໃຫ້ຮູ້ວ່າ:     “ພວກຂ້າພະເຈົ້າມີຄວາມເຄົາລົບຕໍ່ປັດໄຈປະຫວັດສາດ, ບໍລິເວນນີ້ຍັງບໍ່ເຄີຍຢຸດລົງໃນການສ້າງຄຸນຄ່າ, ສະຖາປັດຕະຍາກຳຂອງບໍລິເວນນີ້ ແມ່ນສວຍງາມທີ່ສຸດ ຖືກປຸກສ້າງບົນພື້ນທີ່ເກົ່າຂອງໂຮງພິມ ໃນຊຸມປີແຫ່ງການປະຕິວັດອຸດສາຫະກຳ 1940 – 1960, ພວກຂ້າພະເຈົ້າຢາກສ້າງເຂດປະສົມທີ່ມີປັດໄຈຢ່າງພຽງພໍໃຫ້ແກ່ຊຸມຊົນ ດ້ວຍເຂດວັດທະນະທຳລະຫຼິ້ນບັນເທີງທີ່ສະຫງວນໃຫ້ທຸກໆຄົນ ເຊິ່ງຢູ່ ຮ່າໂນ້ຍ ພວມຂາດແຄນທີ່ສຸດ”.      ເຂດຮັບໃຊ້ສ່ວນລວມ, ສະຖານທີ່ຈັດຕັ້ງເຫດການ, ບັນດາການເຄື່ອນໄຫວລະຫຼິ້ນບັນເທີງກໍ່ແມ່ນຫົວໃຈຂອງເຂດປະສົມ Complex 01. ດ້ວຍເນື້ອມີ່ປະມານ 100 ຕາແມັດ, ຢູ່ແຈນ້ອຍເບື້ອງຂວາ ກໍ່ມີການລະຫຼິ້ນຕ່າງໆທີ່ສະຫງວນໃຫ້ເດັກຄື ຂົວໄມ້, ຂີ່ຊິງຊາ, ຂີ່ມ້າ... ນັກເສບດົນຕີຍິງຄົນໜຶ່ງໃຫ້ຮູ້ວ່າ:      “ໃນຫ້ອງນີ້ ເຮົາກໍ່ສາມາດ ດີດກີຕາ, ຫຼິ້ນເຄື່ອງດົນຕີຕ່າງໆ ເຮົາເຫັນວ່າເໝາະສົມທີ່ສຸດ, ຖ້າຫາກລະຫຼິ້ນຢູ່ເຂດທີ່ທັນສະໄໝກວ່ານັ້ນ ແມ່ນຕ້ອງຍ່າງໄປທາງນອກຂຶ້ນຊັ້ນສອງ ກໍ່ແທດເໝາະກັບໄວໜຸ່ມ”.       ບໍ່ພຽງແຕ່ສ້າງເປັນເຂດຊີວະພາບໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍໃຫຍ່ກໍ່ຕາມ, ເຂດປະສົມ Complex 01 ຍັງຂະຫຍາຍບັນດາລິເວນລະຫຼິ້ນບັນເທີງ ທີ່ສະຫງວນໃຫ້ແກ່ທຸກເພດທຸກໄວອີກດ້ວຍ. ເຂດປະດິດຄິດສ້າງ ກະລິດຕີເວີກາລາ ແມ່ນສະຖານທີ່ສະຫງວນໃຫ້ແກ່ພວກນ້ອງເຍົາວະຊົນມັກອອກແບບກໍ່ສ້າງ ທົດລອງບັນດາການປະດິດຄິດສ້າງ ທາງດ້ານສະຖາປັດຕະຍາກຳ, ວິທະຍາສາດ ວິຈິດຕະກຳ. ໃນຫ້ອງນີ້ກໍ່ມີເຄື່ອງອຸປະກອນຄົບທຸກຊະນິດຄື ໄມ້ ເລື່ອຍ ແລະ ບັນດາຮູບແບບຕົວຢ່າງ. ນາງ ຫງວຽນທູຢວຽນ ຜູ້ມີລູກສອງຄົນເຂົ້າຮ່ວມໃນຊຸດຮຽນຢູ່ທີ່ນີ້ ໃຫ້ຮູ້ວ່າ:       “ພວກລູກຂອງເຮົາໄດ້ເຂົ້າຮ່ວມຊຸດຮຽນນີ້ 5 ຕອນແລ້ວ ມື້ໃດກໍ່ຫວັງຢາກໄດ້ເຂົ້າຮ່ວມຊຸດຮຽນຢູ່ທີ່ນີ້. ທີ່ຈິງແລ້ວຄອບຄົວຂອງຂ້າພະເຈົ້າ ກໍ່ບໍ່ມີສະພາບແວດລ້ອມເຊັ່ນນີ້,ພວກເພື່ອນເຫຼົ່ານີ້ໄດ້ລະຫຼິ້ນ ໄດ້ສຳຜັດ ເຮົາກໍ່ຮູ້ສຶກຊົມຊອບທີ່ສຸດ ບັນດາເພື່ອນຊົມຊອບບັນດາການເຄື່ອນໄຫວຢູ່ທີ່ນີ້ ເຮົາກໍ່ຢາກໃຫ້ພວກເພື່ອນສ້າງຄວາມຊິນເຄີຍກັບບັນດາສິ່ງທີ່ໃໝ່ອ່ຽມ ແລະ ມີຜົນປະໂຫຍດຫຼາຍຢ່າງ”.       ການຫັນປ່ຽນບັນດາຮາກຖານການຜະລິດເກົ່າກາຍເປັນເຂດປະດິດຄິດສ້າງແມ່ນທິດກ້າວເດີນ ໄດ້ຮັບການນຳໃຊ້ຈາກຫຼາຍປະເທດຢູ່ໃນໂລກ. ຢູ່ ຮ່າໂນ້ຍ ວິທີປະຕິບັດເນີ້ ພວມສ້າງພະລັງຊີວິດໃໝ່ໃຫ້ແກ່ເຂດເກົ່າ ທັງເປັນບ່ອນເກັບຮັກສາຄວາມຊົງຈຳ ອະນຸສອນ ແລະ ປະຫວັດສາດ ທັງນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ ຊຸກຍູ້ການປະດິດຄິດສ້າງສິລະປະ. ເຂດປະສົມ Complex 01 ແມ່ນເຂດວັດທະນະທຳທີ່ມີຊີວິດຊີວາ ຖືກຫັນປ່ຽນຈາກໂຮງພິມເກົ່າ ແມ່ນສະຖານທີ່ວັດທະນະທຳ ສິລະປະທີ່ດູດດື່ມ ປະກອບສ່ວນຕອບສະໜອງຄວາມຕ້ອງຊົມໃຊ້ວັດທະນະທຳໃຫ້ແກ່ປະຊາຊົນ. 
TAG
VOV/VOVworld/ເຂດ​ປະ​ສົມ

More