ໂນນ​ແປກ​ແຫ່ງນີ້​ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ລາຍ​ເຈົາ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​​ລະ​ດັບ​ແຂວງ ເມື່ອ​ທ້າຍ ປີ 2025 ອັນ​ໄດ້​ສ້າງ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ຕື່ມ​ອີກ​ໃຫ້​ແກ່​ທ້ອງ​ຖິ່ນ.

ໃນ 6 ເດືອນ​ຕົ້ນ​ປີ 2025 ຂະ​ແໜ​ງ​ທ່ອງ​ທ່ຽວ​ແຂວງ ລາຍ​ເຈົາ ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ທີ່​ດີ. ທາງ​ແຂວງໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ເກືອບ 1.000.000 ເທື່ອ​ຄົນ ເພີ່ມ​ຂຶ້ນ​ເກືອບ 12% ເມື່ອ​ທຽບໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ລາຍ​ຮັບ​ຈາ​ກ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຄາດ​ວ່າ​ຈະ​ບັນ​ລຸ 858 ຕື້ກວ່າ​ດົ່ງ ເພີ່ມ​ຂຶ້ນ​ເກືອບ 20%. ໝາກ​ຜົນ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ດຶງ​ດູດ​ທີ່​ນັບ​ມື້​ນັບ​ໃຫຍ່ຫຼວ​ງ​ຂອງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທຳ​ມະ​ຊາດ, ທ່ອງ​ທ່ຽວ​ຊຸມ​ຊົນ ແລະ ການ​ຄົ້ນ​ຫາ​ທຳ​ມະ​ຊາດ ໃນ​ນັ້ນ​ມີ​ໂນນ​ແປກ ທານອ​ວຽ​ນ, ໂນ​ນ​ແປກ ເລິມ​ບ້ານ​ຈິດ…

​ຢູ່ຈອມ​ໂນນ​ມຸ່ງ​ສາຍ​ຕາ​ໄປ​ໄກ, ທັດ​ຊະ​ນີ​ຍະ​ພາບ​ທັງ​ໝົດ​ຂອງ​ເຂດ​ໃຈ​ກາງ ທານອ​ວຽນ ໄດ້​ປາ​ກົດ​ຂຶ້ນ​ຢ່າງ​ສວຍ​ງາມ​ໃຕ້​ຮ່ອມ​ພູ. ຢູ່​ໄກ​ແມ່ນ​ທົ່ງ​ນາ ເ​ມື່ອງ​ທານ ທີ່ກວ້າງ​ໃຫຍ່ ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທົ່ງ​ນາ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ເຂດ ເຕິຍ​ບັກ ອັນ​ໄດ້​ສ້າງ​ຮູບ​ພາບ​ທຳ​ມະ​ຊາດ​ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ. ນາງ ຫວ່າງ​ກີມ​ຫ້ຽວ ຜູ້​ຄຸ້ມ​ຄອງ​ສະ​ຖານ​ທີ່​ທ່ອງ​ທ່ຽວໂນນ​ແປກ ທານອ​ວຽນ ເປີດ​ເຜີຍ​ວ່າ:

“ເມື່ອ​ແຂກ​ທ່ອງ​ທ່ຽວ​ມານີ້ ຈະ​ໄດ້​ຄົ້ນ​ຫາ​ແຖວ​ຕົ້ນ​ແປກ​ຂຽວ​ອຸ່ມ​ທຸ່ມ. ນອກ​ຈາກນັ້ນ​ພວກ​ຂ້າ​ພະ​ເຈົ້າ​ກໍ່​ຍັງ​ມີ​ລະ​ບົບ​ເຮືອນ​ພັກ​ຊັ້ນ​ດຽວ ອອກ​ແບບ​ຕາມ ເອີ​ຣົບ. ນອກ​ຈາກ​ຕົ້ນ​ແປກ​ແລ້ວ ແຂກ​ທ່​ອງ​ທ່ຽວມານີ້ ຍັງ​ມີ​ສວນດອກ​ໄມ້​ເພື່ອ​ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ, ມີ​ອ່າງ​ລ້ຽງ​ປາ, ແຂກ​ທ່ອງ​ທ່ຽ​ວຈະ​ໄດ້​ເຂົ້າ​ຮ່ວມ​ເກືອ​ປາ, ​ສຳລັບ​ເດັກ​ນ້ອຍ​ຈະ​ໄດ້​ຂີ່​ຊິງ​ຊາ​ຢ່າງ​ມ່ວນ​ຊື່ນ“

ໃນ​ຊຸມມື້​ທ້າຍ​ອາ​ທິດ, ແຕ່​ລະ​ກຸ່ມ​ເພື່ອນ​ໜຸ່ມ, ບັນ​ດາ​ຄອບ​ຄົວ ແລະ ນັບ​ທັງ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດກໍ່​ລ້ວນ​ແຕ່​ຊອກ​ມານີ້ ເພື່ອ​ພັກ​ຜ່ອນ​ຢ່ອນ​ອາ​ລົມ ຕັ້ງ​ຄ້າຍ ຫຼື ນັ່ງ​ພັ​ກ​ຜ່ອນ​ຢູ່​ກ້ອງ​ຮ​ົ່ມ​ເຢັນ​ຂອງ​ຕົ້ນ​ແປກ ເພື່ອ​ດື່ມ​ກາ​ເຟ ໃນ​ທ່າມ​ກາງ​ອາ​ກາດ​ເຢັນ​ສະ​ບາຍ. ນາງ ເຈິນ​ທິ​ຮົ່ງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ ເປີດ​ເຜີຍ​ວ່າ:

“ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ມາ​ຢາມ ທານອ​ວຽນ ເຮົາ​ກໍ່​ຄິດ​ວ່າ​ອາ​ກາດ​ຢູ່​ທ​ທີ່ນີ້​ເຢັນ​ສະ​ບາຍ​ທີ່​ສຸດ. ທຳ​ມະ​ຊາດ​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກັບ​ມະ​ນຸດ”.

ສິ່ງ​ທີ່​ສ້າງ​ກຳ​ລັງ​ດຶງ​ດູດ​ໃຈ​ຂອງ​ໂນນ​ແປກ ບໍ່​ພຽງ​ແຕ່​ໃນ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ໃນ​ຄວາມ​ຮູ້​ສຶກ​ສະ​ຫງົບ​ສຸກ​ຍາກ​ທີ່​ຈ​ະ​ຫາ​ໄດ້​ຢູ່​ແຫ່ງ​ໃດ. ບໍ່​ມີ​ສຽງ​ບີບ​ແກ​ຂອງ​ລົດ ບໍ່​ມີ​ຄວັນ​ຄື​ຢູ່​ເຂດ​ຕົວ​ເມືອງ, ມີ​ພຽງ​ແຕ່​ສຽງ​ລົມ​ພັດ ສຽງນົກ​ຮ້ອງ ແລະ ກິ່ນ​ຫ​ອມ​ຫວນ​ຂອງ​ຕົ້ນ​ໄມ້​ໃບ​ຫຍ້າ​ເທົ່າ​ນັ້ນ.

ຢູ​ແຫ່ງນີ້​ຍັງ​ແມ່ນ​ບ່ອນ​ທີ່​ຈັບ​ໃຈ ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ຕ້ອນ​ຮັບ​ແສງ​ອາ​ລຸນ​ໃໝ່​ໃນ​ຊຸມ​ວັນ​ອາ​ກາດ​ດີ ຫຼື ຈະ​ໄດ້​ຖ່າຍ​ຮູບ​ທີ່​ລະລຶກຢູ່​ເຂດ​ພູ​ຜາ​ປ່າ​ໄມ້ ເຕິຍ​ບັກ, ເພື່ອນ​ ນົງອຽ​ນຍີ ມາ​ຈາກ​ນະ​ຄອນ​ ລາຍ​ເຈົາ ຕີ​ລາ​ຄາ​ວ່າ:

“ມາ​ທ່ຽວ​ຢູ່ໂນນ​ແປກ ທານອ​ວຽນ ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຢູ່​ແຫ່ງນີ້​ມີ​ທິວ​ທັດ​ທຳ​ມະ​ຊາດ​ງົດ​ງາມ, ອາ​ກາດ​ປອດ​ໂປ່ງ ໃສ​ສະ​ອາດ. ຂ້າ​ພະ​ເຈົ້າ​ໄດ້​ຖ່າຍ​ຮູບ​ທິວ​ທັດ​ທີ່​ງົດ​ງາມຫຼາຍ​ຮູບ​ຢູ່​ແຫ່ງນີ້. ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ໂນນ​ແປກ ທານອ​ວຽນ ງົດ​ງາມ​ທີ່​ສຸດ”.

ຖ້າ​ຫາກ​ມີ​ໂອ​ກາດ​ມາ​ຢາມ​ແຂວງ ລາຍ​ເຈົາ ຈົ່ງ​ສະ​ຫງວນ​ຕອນ​ເຊົ້າ ຫຼື ຕອນ​ແລງ​ໃນ​ມື້​ໜຶ່ງ ເພື່ອ​ແວ່​ຢາມໂນນ​ແປກ ທານອ​ວຽນ ເພື່ອ​ໄດ້​ຟັງ​ສຽ​ງລົມ​ພັດ​ຢູ່​ທ່າມ​ກາງ​ເຂດ​ພູ​ຜາ​ປ່າ​ໄມ້, ໄດ້​ຮັບ​ຊົມ​ກຸ່ມ​ເມກ​ເລື່ອນ​ລອຍ​ຕາມ​ໂນນ​ພູ ແລະ ຈະ​ໄດ້​ຮູ້​ສຶກ​ກ່ຽວ​ກັບ​ເຂດ ເຕິຍບັກ ທີ່​ແຕກ​ຕ່າງສະ​ຫງົບ​ສຸກ ແຕ່​ມີ​ກຳ​ລັງ​ຢ່າງ​ພຽງ​ພໍ ​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍຢາກ​ກັບ​ຄືນ​ມາ​ຢາມ​ອີກຫຼາຍ​ຄັ້ງ.