ບົດຄວາມຂອງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ກ່ຽວກັບ ວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ
01/12/2025 07:57
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50ປີ (02 ທັນວາ 1975 – 02 ທັນວາ 2025), ຕາງໜ້າບັນດາສະຫາຍການນຳພັກ, ລັດ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເຄົາລົບນັບຖື ແລະ ຂໍສົ່ງຄຳອວຍພອນໄຊ ອັນປະເສີດ ພ້ອມໄມຕີຈິດ ມິດຕະພາບອັນດູດດື່ມ, ອົບອຸ່ນຖານສະຫາຍອ້າຍນ້ອງ ມາຍັງ ບັນດາສະຫາຍການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທຸກຖ້ວນໜ້າ.

ຫວນຄືນປະຫວັດສາດ 50 ປີ ຜ່ານມາ - ວັນທີ 02 ທັນວາ 1975 ໄດ້ກາຍເປັນຂີດໝາຍປະຫວັດ ສາດອັນພິລະອາດຫານຂອງ ຊາດລາວ ພາຍໃຕ້ຄັນທຸງອັນສະຫງ່າ ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ແນວລາວອິດສະລະ, ຮ່ວມກັບ ການຊ່ວຍເຫຼືອຢ່າງຈິງໃຈຂອງ ບັນດາປະເທດສັງຄົມນິຍົມ ໂດຍສະເພາະເເມ່ນການຊ່ວຍເຫຼືອ ສຸດອົດສຸດໃຈຂອງ ພັກ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ປະຊາຊົນລາວ ບັນ ດາເຜົ່າ ໄດ້ໂຄນລົ້ມລະບອບລາຊາທິປະໄຕ ແລະ ສະຖາປະນາ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ, ສຳເລັດການປະຕິວັດຊາດ, ຊາດລາວ ໄດ້ພົ້ນອອກຈາກແອກປົກຄອງ ຂອງ ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ເປີດສັງກາດໃໝ່ - ສັງກາດແຫ່ງ ສັນຕິພາບ, ເອກະລາດ, ປະຊາທິປະ ໄຕ, ເອກະພາບ ແລະ ວັດທະນະຖາວອນ, ແມ່ນສັງກາດທີ່ປະຊາຊົນລາວ ເປັນເຈົ້າຂອງ ຊະຕາກຳຕົນເອງ ແລະ ເປັນເຈົ້າຂອງປະເທດ ຢ່າງແທ້ຈິງ ໂດຍມີ ພັກປະຊາຊົນ ປະຕິວັດລາວ ເປັນຜູ້ນຳພາ ເດັດດຽວ ປົກປັກຮັກສາ ເອກະລາດ ແລະ ສ້າງສາປະເທດຊາດຕາມທິດ ສັງຄົມນິຍົມ. ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ (ພາບ: VOV) ຕະຫຼອດໄລຍະ 50ປີ ທີ່ຜ່ານມາ, ຄຽງຄູ່ກັບ ສະພາບການຂອງໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ, ມີທັງກາລະໂອກາດ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ພາຍໃຕ້ການນຳພາອັນ ປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວບັນດາເຜົ່າ ໄດ້ສາມັກຄີເປັນຈິດໜຶ່ງ ໃຈດຽວ, ຕີຖອຍ ທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ຜັນຂະຫຍາຍນ້ຳໃຈ ເອກະລາດເປັນເຈົ້າຕົນເອງ, ຕັດສິນໃຈປະຕິບັດໃຫ້ສຳເລັດສອງໜ້າທີ່ ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ໂດຍສະເພາະພາຍຫຼັງ ເກືອບ 40 ປີ ແຫ່ງ ການປ່ຽນແປງໃໝ່ ອັນມີຫຼັກການຂອງ ພັກ ຕາມແນວຄິດຂອງ ປະທານ ໄກສອນ ພົມວິຫານ, ຜູ້ນຳອັນແສນເຄົາລົບຮັກ ຂອງ ປວງຊົນລາວ, ຊຶ່ງໄດ້ລິເລີ່ມ ແລະ ນຳພາພັກ, ແລະ ຜູ້ນຳ ແຕ່ລະລຸ້ນ (ແຕ່ລະໄລຍະ) ເຮັດໃຫ້ ສປປ ລາວ ບັນລຸຜົນສຳເລັດອັນໃຫຍ່ຫຼວງ ແລະ ໄດ້ຮັບການພັດທະນາຢ່າງຮອບດ້ານ.
TAG
VOV/VOVworld/ວັນຊາດທີ 2 ທັນວາ/ວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ
Related








