ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ: ການຢ້ຽມຢາມ ລາວ ຂອງທ່ານປະທານປະເທດ ໂຕເລິມ ປະກອບສ່ວນເຂົ້າໃນການພັດທະນາຂອງສອງປະເທດໃນຍຸກສະໄໝໃໝ່
12/07/2024 06:00
(VOVWORLD) - ນັບແຕ່ວັນທີ 11 - 12 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ມີການຢ້ຽມຢາມທາງລັດຖະກິດຢູ່ລາວ. ເລື່ອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເລືອກເອົາ ລາວ ເປັນປະເທດທຳອິດ ທີ່ໄປຢ້ຽມຢາມໃນຖານະຕຳແໜ່ງໃໝ່ຂອງຕົນນັ້ນ ໄດ້ເປັນການຢັ້ງຢືນແກ່ການສືບຕໍ່ເສີມຂະຫຍາຍສາຍພົວພັນແບບພິເສດ ແລະ ມີຄວາມໝາຍສຳຄັນລະຫວ່າງສອງປະເທດ. ລາວ ມີຄວາມເປັນກຽດ ຕ້ອນຮັບປະທານປະເທດ ຫວຽດນາມ ມາຢ້ຽມຢາມຄັ້ງນີ້” - ນີ້ແມ່ນການຕີລາຄາຂອງທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມ ໃນການສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ລາວ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ ລາວ ຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ.

ນັກຂ່າວ: ຂໍຮຽນທ່ານນາງ, ການຢ້ຽມຢາມທາງລັດຖະກິດຢູ່ລາວ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ. ການຢ້ຽມຢາມຄັ້ງນີ້ມີຄວາມໝາຍແນວໃດ
TAG
VOV/VOVworld/ເອກອັກຄະລັດຖະທູດ/ຢ້ຽມຢາມ/ລັດຖະບານ
Related








