VOV WorldVOV World
“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” - ປີປະທານ ອາຊຽນ 2024 ຂອງ ລາວ ບັນລຸຜົນສຳເລັດຢ່າງຈົບງາມ
27/10/2024 08:00
(VOVWORLD) - ປີ 2025 ແມ່ນເລີ່ມຕົ້ນການເຄື່ອນໄຫວໃໝ່ຂອງ ອາຊຽນ ດ້ວຍວິໄສທັດປະຊາຄົມ ອາຊຽນ 2025
“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” - ປີປະທານ ອາຊຽນ 2024 ຂອງ ລາວ ບັນລຸຜົນສຳເລັດຢ່າງຈົບງາມ
        ປີ 2024, ບັນດາປະເທດໄດ້ເຫັນປະຈັກຕາຄວາມມານະພະຍາຍາມບຸກທະລຸຂອງປະເທດ ສປປ.ລາວ ໃນຖານະຕຳແໜ່ງປະທານ ອາຊຽນ. ປະເທດ ລາວ ຮັບດຳລົງຕຳແໜ່ງປະທານ ອາຊຽນ ໃນຈຸດເວລາສຳຄັນຍິ່ງໃນວິວັດທະນາການສ້າງປະຊາຄົມ, ດ້ວຍເລື່ອງ ອາຊຽນ ຫັນວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ອາດເວົ້າໄດ້ວ່າ ມາຮອດປະຈຸບັນ, ປະທານ ອາຊຽນ ໄດ້ ແລະ ພວມປະຕິບັດບັນດາໂຄງການດຳເນີນງານທີ່ໄດ້ວາງອອກໄດ້ເປັນຢ່າງດີ ດ້ວຍຫົວຂໍ້ “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງ”, ໂດຍສະເພາະແມ່ນເລື່ອງຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 57 (AMM 57), ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມຂັ້ນສູງປິ່ນອ້ອມ.
TAG
VOV/VOVworld/ກວມ​ລວມ/ຍ​ືນ​ຍົງ/ບຸລິມະສິດ/ເຊື່ອມຈອດ/ອາຊຽນ