VOV WorldVOV World
ຄວາມເຊື່​ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ຂອງ​ເຕັກ​ໂນ​ໂລ​ຢີ “Make in Vietnam”
01/10/2023 08:00
(VOVWORLD) - ປັດຈຸບັນ, ກະແສຟອງຫັນເປັນດີຈີຕອນຢູ່ ຫວຽດນາມ ພວມດຳເນີນຢ່າງແຮງດ້ວຍລະດັບໄວທີ່ສຸດ. ມີວິສາຫະກິດເຕັກໂນໂລຢີດີຈີຕອນປະມານ 70.000 ແຫ່ງຈົດທະບຽນດຳເນີນທຸລະກິດ, ໃນນັ້ນ ມີວິສາຫະກິດຫຼາຍແຫ່ງໄດ້ຂຸດຄົ້ນ ແລະ ເຄື່ອນໄຫວຢູ່ຕະຫຼາດຕ່າງປະເທດ, ມີຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam ຫຼາຍຢ່າງ ສາມາດຢັ້ງຢືນໄດ້ຈຸດຢືນຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ຫວຽດນາມ ພວມມີຄວາມໝັ້ນໃຈທີ່ອາດສາມາດເປັນເຈົ້າຂອງບັນດາເຕັກໂນໂລຢີທີ່ທັນສະໄໝ, ປະຕິບັດເປົ້າໝາຍກາຍເປັນປະເທດດີຈີຕອນໃນປີ 2045 ໂດຍໄວ.
ຄວາມເຊື່​ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ຂອງ​ເຕັກ​ໂນ​ໂລ​ຢີ “Make in Vietnam”
    ບັນດາແບບຢ່າງວິສາຫະກິດເຕັກໂນໂລຢີດີຈີຕອນທີ່ປະສົບຜົນສຳເລັດ ດ້ວຍບັນດາຜະລິດຕະພັນ “Make in Vietnam” ມີ: Viettel ດ້ວຍອຸປະກອນກະຈາຍອິນເຕີເນັດ 5G ຢູ່ຕະຫຼາດຕ່າງປະເທດ ບັນລຸໄດ້ລາຍຮັບກວ່າ 3 ຕື້ USD; VinGroup ປະດິດລົດໂອໂຕສົ່ງອອກໄປຍັງ ອາເມລິກາ; FPT ດ້ວຍການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ ຮັບໃຊ້ບັນດາປະເທດພັດທະນາ ເປັນຕົ້ນແມ່ນ ຍີ່ປຸ່ນ, ອາເມລິກາ ແລະ ມີລາຍຮັບຫຼາຍກວ່າ 1 ຕື້ USD; Zalo - ເຊິ່ງເປັນແອັບຟຼີເຄຊັນສື່ສັງຄົມອອນໄລຂອງ ຫວຽດນາມ ມີຈຳນວນຜູ້ນໍາໃຊ້ກວ່າ Facebook ຢູ່ ຫວຽດນາມ. ບັນດາວິສາຫະກິດນີ້  ໄດ້ ແລະ ກຳລັງສ້າງແຫຼ່ງບັນດານໃຈ, ສ້າງຄວາມເຊື່ອໝັ້ນຕໍ່ອະນາຄົດຂອງເຕັກໂນໂລຢີ “Make in Vietnam”.
TAG
VOV/VOVworld/ເຕັກ​ໂນ​ໂລ​ຢີ “Make in Vietnam”/block – chain/Hyper – automation/ເຕັກໂນໂລຢີດີຈີຕອນ