VOV WorldVOV World
1000 ສານແຫ່ງຄວາມຮັກແພງຂອງນັກຮຽນນະຄອນຫຼວງໃນມື້ໄຂສົກຮຽນໃໝ່ມຸ່ງໄປສູ່ໝູ່ເກາະເຈືອງຊາ
09/09/2018 04:42
(VOVWORLD) - ເນື່ອງໃນໂອກາດວັນທົ່ວປວງຊົນພາເດັກໄປໂຮງຮຽນວັນທີ 5 ກັນຍາ, ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ຟູ້ຢ້ຽນ, ເມືອງ ບັກຕືລຽມ, ຮ່າໂນ້ຍ, ສະໂມສອນໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ ແລະ ຫໍພິພິທະພັນໄວໜຸ່ມຫວຽດນາມໄດ້ຈັດງານວາງສະແດງຮູບຖ່າຍ 100 ແຜ່ນກ່ຽວກັບໝູ່ເກາະເຈືອງຊາ, ແຜນທີ່ “ ຄວາມເອກອ້າງທະນົງໃຈ ເຂດທະເລໝູ່ເກາະຫວຽດນາມ” ຖືກສ້າງເປັນທຸງຊາດ 33 ຜືນໃນສະຖານທີ່ຕັ້ງທັບ 33 ແຫ່ງ.
1000 ສານແຫ່ງຄວາມຮັກແພງຂອງນັກຮຽນນະຄອນຫຼວງໃນມື້ໄຂສົກຮຽນໃໝ່ມຸ່ງໄປສູ່ໝູ່ເກາະເຈືອງຊາ
ຮູບຖ່າຍ 100 ແຜ່ນກ່ຽວກັບໝູ່ເກາະເຈືອງຊາ, ແຜນທີ່ “ ຄວາມເອກອ້າງທະນົງໃຈ ເຂດທະເລໝູ່ເກາະຫວຽດນາມ” ຖືວາງສະແດງຢູ່ ໂຮງຮຽນມັດທະຍົມຕອນຕົ້ນ ຟູ້ຢ້ຽນ.  ແລະ ກໍໃນມື້ໄຂສົກຮຽນໃໝ່, ຄູອາຈານ ແລະ ນັກຮຽນກວ່າ 1200 ຄົນໃນໂຮງຮຽນໄດ້ເຂົ້າຮ່ວມການເຄື່ອນໄຫວວັນບຸນໄຫ້ວພະຈັນປີ 2018 ໂດຍ ສະໂມສອນໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງ ນອນຈັດຂຶ້ນເພື່ອນຳລະດູໃບໄມ້ຫຼົ່ນທີ່ອົບອຸ່ນມາໃຫ້ພວກເດັກທີ່ເປັນລູກ ຫຼານຂອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈືອງຊາ ແລະ ສູນ DK1 ເອື້ອຍຄູ ແລະ ນັກຮຽນໃນໂຮງຮຽນພວມມ່ວນຊື່ນກັບບັນດາໂຄມໄຟຮູບດາວ.  1000 ສານແຫ່ງຄວາມຮັກແພງໄດ້ຖືກພວກນັກຮຽນຝາກຝັງໃນບັນດາໂຄມໄຟຮູບດາວ. ນອກຈາກນັ້ນ, ພວກເດັກຍັງໄດ້ເຮັດໜ້າກາກເຈ້ຍເພື່ອເປັນຂອງຂວັນໃນວັນບຸນໄຫ້ວພະຈັນ… ແນໃສ່ນຳລະດູໃບໄມ້ຫຼົ່ນທີ່ອົບອຸ່ນມາໃຫ້ພວກເດັກທີ່ເປັນລູກຫຼານຂອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈືອງຊາ ແລະ ສູນ DK1 ພວກເດັກໄດ້ຮັບຟັງການແນະນຳກ່ຽວກັບໝູ່ເກາະເຈືອງຊາຈາກພວກອ້າຍທະຫານເຮືອ ແຕ້ມໜ້າກາກພື້ນເມືອງ ນາງໂຮ່ທິລຽນ- ສະໂມສອນໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງນອນພວມແນະນຳກ່ຽວກັບໝູ່ເກາະເຈືອງຊາໃຫ້ແກ່ນັກຮຽນ ເດັກສາວຊົມຊອບໂຕຫອຍຢູ່ເຈືອງຊາ ນັກຮຽນ 1000 ຄົນໄດ້ສົ່ງສານແຫ່ງຄວາມຮັກແພງໂດຍຜ່ານບັນດາໂຄມໄຟຮູບດາວເຖິງພວກເພື່ອນທີ່ເປັນລູກຫຼານຂອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈືອງຊາ ແລະ ສູນ DK1 ບັນດາຂອງຂວັນທີ່ມີຄວາມໝາຍຈະຖືກພວກອ້າຍເອື້ອຍໃນສະໂມສອນໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງນອນນຳມາໃຫ້ພວກເພື່ອນທີ່ເປັນລູກຫຼານຂອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈືອງຊາ ແລະ ສູນ DK1
TAG
VOV/VOVworld/ຄວາມຮັກແພງ/ນັກຮຽນນະຄອນຫຼວງ/ສົກຮຽນໃໝ່/ໝູ່ເກາະເຈືອງຊາ