ຫວຽດນາມ - 1 ໃນບັນດາສະຖານທີ່ປາຍທາງງາມທີ່ສຸດໃນໂລກ
29/03/2026 01:00
(VOVWORLD) - ໃນບັນຊີລາຍຊື່ 28 ປະເທດງາມທີ່ສຸດໃນໂລກ ໂດຍວາລະສານທ່ອງທ່ຽວ ອາເມລິກາ Condé Nast Traveler ຄັດເລືອກ, ຫວຽດນາມ - ຢືນອັນດັບທີ 17 - ໄດ້ຮັບການຕີລາຄາວ່າເປັນດິນແດນທີ່ມີຫຼາກຫຼາຍສີສັນ ດ້ວຍການປະສົມປະສານລະຫວ່າງທຳມະຊາດ, ວັດທະນະທຳ ແລະ ມະນຸດໄດ້ຢ່າງກົມກຽວ. ວາລະສານ Condé Nast Traveler ຈຶ່ງໄດ້ເອີ້ນແຫ່ງນີ້ວ່າ “ແດນສະຫວັນສຳລັບຈິດໃຈມັກການຄົ້ນຫາລົງຕົວຈິງ”.

ໃນພາກແນະນຳກ່ຽວກັບ ຫວຽດນາມ, ວາລະສານ Condé Nast Traveler ໄດ້ເວົ້າເຖິງບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຮຽງນາມຂອງ ຫວຽດນາມ ໃນແຜນທີ່ທ່ອງທ່ຽວໂລກ ເຊັ່ນ ອ່າວຮະລອງ (ແຂວງ ກວາງນິງ), ຕວຽນກວາງ, ອ່າວ ນິງເວິນ (ແຂວງ ແຄັງຮວ່າ), ເກາະ ຝູກວັກ ( ແຂວງ ອານຢາງ). ອ່າວຮະລອງ (ແຂວງ ກວາງນິງ) ໄດ້ຮັບການພັນລະນາວ່າ ແມ່ນສັນຍາລັກຂອງຄວາມງາມແບບທຳມະຊາດຢູ່ ຫວຽດນາມ ດ້ວຍດອນເກາະຫີນປູນໃຫຍ່ນ້ອຍນັບພັນເກາະທີ່ພູພົ້ນເດັ່ນຂຶ້ນເທິງໜ້ານ້ຳທີ່ຂຽວໃສ, ສ້າງເປັນບັນດາສິ່ງມະຫັດສະຈັນທະເລທີ່ເປັນເອກະລັກທີ່ສຸດໃນໂລກ. ພາບ: ເຈື່ອງຢາງ - ນັກຂ່າວ VOV ອ່າວຮະລອງ ພິເສດມີລະບົບນິເວດ ແລະ ຄຸນຄ່າທາງດ້ານທໍລະນີສາດ, ພູມສັນຖານ. ພາບ ເຈື່ອງຢາງ - ນັກຂ່າວ VOV ແຂກທ່ອງທ່ຽວຕ່າງປະເທດລົງຕົວຈິງຂີ່ເຮືອຂອງຊາວທ້ອງຖິ່ນເພື່ອຊົມວິວທິວທັດທຳມະຊາດ, ຄົ້ນຫາຖ້ຳ ຢູ່ອ່າວ ຮະລອງ. ພາບ: ເຈື່ອງຢາງ - ນັກຂ່າວ VOV ຮ່າຢາງ (ແຂວງ ຕວຽນກວາງ) - ມະຫາກາບເທິງພູພຽງຫີນ ດົ່ງວັນ. ນີ້ແມ່ນສະຖານທີ່ປາຍທາງທີ່ວາລະສານ Condé Nast Traveler ໄດ້ເນັ້ນໜັ້ກເຖິງ ເມື່ອເວົ້າກ່ຽວກັບຄວາມງາມແບບມະຫັດສະຈັນ ແລະ ບັນດາເສັ້ນທາງ trekking ທີ່ເຕັມໄປດ້ວຍສິ່ງທ້າທາຍຂອງເຂດຕາເວັນອອກສ່ຽງເໜືອ ຫວຽດນາມ. ພາບ: ຫວຽນ ຢູ - VOV ບັນດາຕອນນາຂັ້ນໄດຢູ່ເຂດພູດອຍທາງທິດເໜືອ ຫວຽດນາມ ໄດ້ສ້າງເປັນພາບແຕ້ມທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ດຶງດູດແຂກທ່ອງທ່ຽວຜູ້ມັກຄົ້ນຫາ. ວາລະສານ Condé Nast Traveler ໃຫ້ການຕີລາຄາວ່າ ບັນດາຕອນນາຂັ້ນໄດນີ້ໄດ້ສະແດງໃຫ້ເຫັນຫົວຄິດປະດິດສ້າງຂອງປະຊາຊົນ ຫວຽດນາມ ໃນການພິຊິດທຳມະຊາດ. ພາບ: ໂງຍຸງ - ນັກຂ່າວ VTC News ທາງຊອຍເຂົ້າບ້ານທີ່ມີຮູບຊົງເປັນເອກະລັກ. ພາບ: ໂງຫາຍ - VOV ຢູ່ພາກກາງ ຫວຽດນາມ, ບັນດາອ່າວ ແລະ ຫາດຊາຍທະເລທີ່ຮົກເຮື້ອປະຖົມປະຖານທີ່ໄດ້ເວົ້າເຖິງຄືດັ່ງເປັນເຂດຈັດກິດຈະກຳລະຫຼີ້ນບັນເທິງຢູ່ກາງແຈ້ງທີ່ສຸດຍອດທີ່ສຸດ, ໃນນັ້ນ ມີ ອ່າວ ນິງເວິນ (ແຂວງ ແຄັງຮວ່າ) ດຶງດູດແຂກທ່ອງທ່ຽວ ຍ້ອນນ້ຳທະເລຂຽວໃສ, ລະບົບນິເວດປະກາລັງທີ່ຫຼາຍຮູບຫຼາຍແບບ. ພາບ: VOV ຍ້ອນປະຕິບັດວຽກງານອະນຸລັກຮັກສາໄດ້ເປັນຢ່າງດີ, ອ່າວນິງເວິນ ມີລະບົບນິເວດດ້ວຍຊີວະສັດທະເລທີ່ຫຼາກຫຼາຍປະເພດ. ພາບ: nguoihanoi.vn ຄວາມໃສຂອງນ້ຳ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດຳນ້ຳທະເລພັດທະນາ. ພາບ: nguoihanoi.vn ເກາະ ຝູກວັກ (ແຂວງ ອານຢາງ) ໄດ້ຮັບການຕີລາຄາວ່າ ນຳມາເຊິ່ງໂລກເຂດຮ້ອນດ້ວຍປ່າດົງດິບ, ຫາດຊາຍທະເລຂາວ ແລະ ບັນດາເຂດພັກຜ່ອນຢ່ອນໃຈແຄມທະເລ ທີ່ດຶງດູດແຂກທ່ອງທ່ຽວສາກົນ. ພາບ: VOV ຝູກວັກ ຍາມສາຍັນ. ພາບ: VOV ຝູກວັກ ແມ່ນໜຶ່ງໃນບັນດາເຂດທ່ອງທ່ຽວທີ່ຂະຫຍັນຂັນເຄື່ອນທີ່ສຸດ ຢູ່ຫວຽດນາມ. ພາບ: VOV ວາລະສານທ່ອງທ່ຽວຂອງ ອາເມລິກາ Condé Nast Traveler ຫາກໍ່ປະກາດບັນຊີລາຍຊື່ 28 ປະເທດທີ່ງາມທີ່ສຸດໃນໂລກ, ຫວຽດນາມ ຢືນອັນດັບທີ 17. ປະເທດຢືນອັນດັບຕົ້ນ ແມ່ນ ຈີນ - ເຊິ່ງເປັນປະເທດທີ່ມີມໍລະດົກໂລກ 56 ແຫ່ງ ໂດຍອົງການ UNESCO ຮັບຮອງເອົາ. ຖັດຈາກນັ້ນແມ່ນ ອົດສະຕາລີ, ບຣາຊີນ, ອິນເດຍ, ອາເມລິກາ, ການາດາ, ເມັກຊີໂກ, ໂກລົມເບຍ, ຝລັ່ງ ແລະ ອິນໂດເນເຊຍ.
TAG
VOV/VOVworld/ວາລະສານທ່ອງທ່ຽວຂອງ ອາເມລິກາ Condé Nast Traveler/ຝູກວັກ ຍາມສາຍັນ/ມະຫາກາບເທິງພູພຽງຫີນ ດົ່ງວັນ
Related








