ສະພາແຫ່ງຊາດຊຸດທີ XVI: ບູລະນະກົງຈັກການນຳຫຼັກແຫຼ່ງໃຫ້ສົມບູນ, ສ້າງກຳລັງແຮງໃຫ້ແກ່ການພັດທະນາ
12/04/2026 14:21
[VOVWORLD] - ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ໄດ້ປະຕິບັດສຳເລັດວຽກງານບຸກຄະລາກອນສຳຄັນໃນອາຍຸການ 2026 – 2031, ບູລະນະກົງຈັກການນຳໃຫ້ສົມບູນ, ສ້າງປະຖົມປັດໄຈສຳຄັນເພື່ອຍົກສູງກຳລັງຄວາມສາມາດການຄຸ້ມຄອງບໍລິຫານແຫ່ງຊາດ ແລະ ປະຕິບັດບັນດາເປົ້າໝາຍພັດທະນາ.

ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ໄດ້ປະຕິບັດສຳເລັດວຽກງານບຸກຄະລາກອນສຳຄັນໃນອາຍຸການ 2026 – 2031, ບູລະນະກົງຈັກການນຳໃຫ້ສົມບູນ, ສ້າງປະຖົມປັດໄຈສຳຄັນເພື່ອຍົກສູງກຳລັງຄວາມສາມາດການຄຸ້ມຄອງບໍລິຫານແຫ່ງຊາດ ແລະ ປະຕິບັດບັນດາເປົ້າໝາຍພັດທະນາ. a_1.jpg ຕອນເຊົ້າວັນທີ 6 ເມສາ, ສະພາແຫ່ງຊາດໄດ້ຈັດວາລະໄຂກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI ຢູ່ຫໍປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ ທີ່ ຮ່າໂນ້ຍ. (ພາບ: VTC News) a_2.jpg ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມວາລະໄຂ. (ພາບ: VTC News) a_3.jpg ສະພາແຫ່ງຊາດໄດ້ດຳເນີນການປ່ອນບັດລັບເພື່ອເລືອກຕັ້ງປະທານສະພາແຫ່ງຊາດ ອາຍຸການ 2026 – 2031, ຖືກຕ້ອງຕາມຂັ້ນຕອນດ້ານບຸກຄະລາກອນຂອງກອງປະຊຸມຄັ້ງປະຖົມມະລຶກ. (ພາບ: TTXVN) a_4.jpg ດ້ວຍການລົງຄະແນນສຽງເຫັນດີຂອງສະມາຊິກສະພາແຫ່ງຊາດ 491/491 ສະຫາຍ ທີ່ເຂົ້າຮ່ວມນັ້ນ, ສະພາແຫ່ງຊາດຮັບຮອງເອົາມະຕິເລືອກຕັ້ງ ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດຊຸດທີ XV ຮັບດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດຊຸດທີ XVI. (ພາບ: VTC News) a_5.jpg ຕອນບ່າຍວັນທີ 6 ເມສາ, ສະມາຊິກສະພາແຫ່ງຊາດເຂົ້າຮ່ວມການລົງຄະແນນສຽງ, ບັນລຸລະດັບ 100%, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິເລືອກເອົາຮອງປະທານສະພາແຫ່ງຊາດ ຊຸດທີ XVI ລວມມີ: ທ່ານ ໂດວັນຈຽນ, ທ່ານ ຫງວຽນຄັກດິ້ງ, ທ່ານນາງ ຫງວຽນທິແທັງ, ທ່ານ ຫງວຽນຮົ່ງຢຽນ, ທ່ານ ຫງວຽນຢວານແອັງ, ທ່ານນາງ ຫງວຽນທິຮົ່ງ ແລະ ເລືອກຕັ້ງບັນດາກຳມະການຄະນະປະຈຳສະພາແຫ່ງຊາດຊຸດທີ XVI (ພາບ: daibieunhandan.vn) a_6.jpg ຕອນບ່າຍວັນທີ 7 ເມສາ, ສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມການລົງຄະແນນສຽງ 495/495 ສະຫາຍ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິເລືອກຕັ້ງ ທ່ານເລຂາທິການໃຫຍ່ ໂຕເລິມ ຮັບດຳລົງຕຳແໜ່ງປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2026 – 2031. ພາບ: VTC News a_7.jpg ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຕາງໜ້າການນຳພັກ, ລັດ ແລະ ສະມາຊິກສະພາແຫ່ງຊາດຊຸດທີ XVI ມອບຊໍ່ດອກໄມ້ສະແດງຄວາມຊົມເຊີຍ ທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດ. (ພາບ: VTC News) a_8.jpg ຕອນບ່າຍວັນທີ 7 ເມສາ, ສະມາຊິກສະພາແຫ່ງຊາດເຂົ້າຮ່ວມການລົງຄະແນນສຽງ 100% (ສະມາຊິກສະພາແຫ່ງຊາດ 495/495 ສະຫາຍເຂົ້າຮ່ວມ), ສະພາແຫ່ງຊາດຊຸດທີ XVI ໄດ້ເລືອກຕັ້ງ ທ່ານ ເລມິງຮຶງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ສະມາຊິກສະພາແຫ່ງຊາດຊຸດທີ XVI ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອາຍຸການ 2026 – 2031 (ພາບ: VTC News) a_9.jpg ແລະກໍ່ໃນຕອນບ່າຍວັນທີ 7 ເມສາ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິໃຫ້ສັດຕະຍາບັນບັນຊີລາຍຊື່ຮອງນາຍົກລັດຖະມົນຕີ ແລະ ບັນດາລັດຖະມົນຕີໃນລັດຖະບານຊຸດໃໝ່. a_10.jpg ສະພາແຫ່ງຊາດຊຸດທີ XVI ໄດ້ເລືອກຕັ້ງ ທ່ານ ຫງວຽນວັນກວ໋າງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສານປະຊາຊົນສູງສຸດ ອາຍຸການ 2021 – 2026, ສະມາຊິກສະພາແຫ່ງຊາດຊຸດທີ XVI, ສືບຕໍ່ຮັບດຳລົງຕຳແໜ່ງປະທານສານປະຊາຊົນສູງສຸດ ອາຍຸການ 2026 – 2031. (ພາບ: VGP) a_11.jpg ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ມອບຊໍ່ດອກໄມ້ອວຍພອນ ທ່ານ ນາງ ຫວໍທິແອັງຊວັນ ຮອງປະທານປະເທດ ແລະ ທ່ານ ຫງວຽນຮູຍຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. (ພາບ: daibieunhandan.vn) ວຽກງານຈັດຕັ້ງກົງຈັກ, ບຸກຄະລາກອນແມ່ນເນື້ອໃນຈຸດສຸມໃນກອງປະຊຸມຄັ້ງນີ້. ຕາມການຄາດຄະເນ, ເວລາເຮັດວຽກທັງໝົດຂອງກອງປະຊຸມແມ່ນປະມານ 11 ວັນ, ແບ່ງເປັນສອງວາລະເພື່ອພິຈາລະນາ, ຕັດສິນວຽກງານການຈັດຕັ້ງ, ບຸກຄະລາກອນ; ວຽກງານສ້າງຕັ້ງນິຕິກຳ; ບັນດາບັນຫາກ່ຽວກັບເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ ແລະ ຫຼາຍເນື້ອໃນສຳຄັນອື່ນໆ.
TAG
VOV/VOVWORLD/
Related








